ເວ​ທີ​ປາ​ໄສ​ເຕັກ​ໂນ​ໂລ​ຢີ DigiFrontiers: ກຳ​ນົດ​ທິດ​ອະ​ນາ​ຄົດ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ດີ​ຈີ​ຕອນ ຫວຽດ​ນາມ - ອົດ​ສະ​ຕາ​ລີ

(VOVWORLD) -       ວັນທີ 2 ພຶດສະພາ, ຢູ່ນະຄອນ Melbourne, ອົດສະຕາລີ, ເຄືອຂ່າຍການເຈລະຈາການນຳໜຸ່ມ ຫວຽດນາມ - ອົດສະຕາລີ ໄດ້ຈັດເວທີປາໄສເຕັກໂນໂລຢີ DigiFrontiers. 
ເວ​ທີ​ປາ​ໄສ​ເຕັກ​ໂນ​ໂລ​ຢີ DigiFrontiers: ກຳ​ນົດ​ທິດ​ອະ​ນາ​ຄົດ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ດີ​ຈີ​ຕອນ ຫວຽດ​ນາມ - ອົດ​ສະ​ຕາ​ລີ - ảnh 1ທ່ານ Anders Sorman-Nilsson ແນະນຳກ່ຽວກັບທ່າອ່ຽງພັດທະນາຂອງ AI ໃນເວທີປາໄສ DigiFrontiers (ພາບ: VOV)

ມີຜູ້ຕາງໜ້າຂອງກະຊວງວິທະຍາສາດ, ເຕັກໂນໂລຢີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ຫຼາຍກວ່າ 160 ທ່ານ ພ້ອມດ້ວຍຫຼາຍສະມາຄົມ ແລະ ວິສາຫະກິດດີຈີຕອນຂອງ ທັງ ຫວຽດນາມ ແລະ ອົດສະຕາລີ ເຂົ້າຮ່ວມ.

        ທີ່ເວທີປາໄສ, ບັນດາຜູ້ແທນຂອງສອງປະເທດ ໄດ້ແນະນຳກ່ຽວກັບພື້ນຖານເສດຖະກິດດີຈີຕອນຂອງແຕ່ລະຝ່າຍ, ບັນດາເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນ, ທ່າອ່ຽງ, ກຳລັງບົ່ມຊ້ອນໃນປັນຍາປະດິດ, blockchain, ຄວາມປອດໄພໄຊເບີ, ພັດທະນາແບບຍືນຍົງ ແລະ ການສຶກສາ. ຕີລາຄາກ່ຽວກັບກຳລັງບົ່ມຊ້ອນຂອງຕະຫຼາດເຕັກໂນໂລຢີດີຈີຕອນ ຫວຽດນາມ, ທ່ານ Jonathan Saw, ທູດການຄ້າ ອົດສະຕາລີ ປະຈຳ ຫວຽດນາມ ຢັ້ງຢືນວ່າ:

        “ພື້ນຖານເສດຖະກິດດີຈີຕອນຂອງ ຫວຽດນາມ ຄາດວ່າ ມີມູນຄ່າຂຶ້ນເຖິງ 180 ຕື້ AUD ເຖິງ 300 ຕື້ AUD. ຫວຽດນາມ ກໍໄດ້ຮັບການຕີລາຄາວ່າ ແມ່ນປະເທດທີ່ມີພື້ນຖານເສດຖະກິດດີຈີຕອນພັດທະນາໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ສະນັ້ນ ບັນດາວິສາຫະກິດເຕັກໂນໂລຢີຂອງ ອົດສະຕາລີ ຈະມີຫຼາຍກາລະໂອກາດເພື່ອເຂົ້າຮ່ວມວິວັດການຫັນເປັນພື້ນຖານເສດຖະກິດດີຈີຕອນຂອງ ຫວຽດນາມ.”

       ຫວຽດງາ - ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ