ເວທີປາໄສໂລກຄັ້ງທີ່ 42 ຢູ່ Davos, ປະເທດ ສະວິດ

ເວທີປາໄສໂລກຄັ້ງທີ່ 42 ຢູ່ Davos, ປະເທດ ສະວິດ - ảnh 1
( ພາບ : http://www.cand.com.vn )
​( VOV World ) - ໃນ​ສະພາບ​ທີ່​ບັນດາສະມາຊິກ​ຂອງສະຫະພາບ ​ເອີ​ລົບ ( EU ) ພວມຕົກ​ຢູ່​ໃນ​ສະພາບ​ຕິດ​ໜິ້ຢ່າງ​ໜັກໜ່ວງ, ຄວາມ​ຕ້ອງການ​ຂອງ​ບັນດາ​ປະ​ເທດພັດທະນາ​ພວມ​ຫຼຸດ​ລົງ, ຄວາມຂາດ​ສະຖຽນ​ລະ​ພາບ​ໃນ​ສັງຄົມ​​ເພີ່ມ​ຂື້ນ​ນັ້ນ​ແມ່ນ ຜົນ​ສະທ້ອນຈາກ​ເສດຖະກິດ​ທີ່ອ່ອນ​ດ້ອຍ, ກອງ​ປະຊຸມ​ສຳ​ມະ​ນາ​​​ທຳ​ອິດ​ຂອງ​ເວທີ​ປາ​ໄສ​ໂລກ​ຄັ້ງ​ທີ່ 42 ຢູ່ Davos, ປະ​ເທດ ​ສະ​ວິດ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ເຟື້ນດ້ວຍ​ບັນດາ​ບັນຫາ​ອານາ​ຄົດຂອງ​ສະ​ກຸມ​ເງິນ ​ເອີ​ໂລ ກໍ່​ຄືວິ​ກິດ​ການ​ໜິສິນ​ຂອງ​ ​ເອີ​ລົບ. ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຫຼາຍ​ທ່ານ​ໃຫ້ຮູ້​ວ່າ ການ​ນຳ​ຂອງ​​ປະ​ເທດ​ຕ່າງໆຈະ​ຊອກ​ຫາວິທີ​​ເພື່ອແກ້​ໄຂ​ບັນຫາ​ເຊິ່ງວິ​ກິດ​ການ​ໜິສິນ​ຂອງ​ລັດ​ກໍ່​ຂື້ນ, ​ເພາະວ່າ​ວິ​ກິດ​ການ​ດັ່ງກ່າວ​​ໄດ້ສົ່ງ​ຜົນ​ສະທ້ອນ​​ເຖິງຫຼາຍ​ປະ​ເທດ. ກ່ຽວ​ກັບ​ບັນ​ຫາ ​​ເກຼກ, ​ໃນ​ຂະນະ​ທີ່​ບັນດາຜູ້​ແທນລ້ວນ​ແຕ່​ສະ​ແດງ​ຄວາມ​ວິຕົກ​ກັງ​ວົນ​ກ່ຽວ​ກັບ​ເລື່ອງ ​ເກຼກ ຈະ​ຖອນອອກ​ຈາກ​ພາກ​ພື້ນ​ນຳ​​ໃຊ້​ສະກຸນ​ເງິນ ​ເອີ​ໂລ ລວມຫຼື​ບໍ່, ທ່ານ​ຮອງ​ຜູ້ອຳນວຍການ​ກອງ​ທຶນ​​ເງິນຕາສາກົນ ( IMF ) ຈູ​ໝີ​ນ ​ໃຫ້​ຮູ້​ວ່າ, ​ເກຼກ ຈະ​ບໍ່​ອອກ​ຈາກ​ພາກ​ພື້ນ​ນຳໃຊ້​ສະກຸນ​ເງິນ ​ເອີ​ໂລ ລວມ. ​ເກຣັກ ພວມ​ດຳ​ເນີນ​ການ​ເຈລະຈາ​ຫຼາຍ​ໂຄງການ. ຊຳ​ບໍ່​ໜຳ ນັບ​ທັງ​ສະພາບ​ການ​ຮ້າຍ​ແຮງ​ກວ່າ, ​ເງິນ ​ເອີ​ໂລ ກໍ່​ບໍ່​ຖືກ​ລົ້ມ​ລາຍ​ຢ່າງ​ສິ້ນ​ເຊິ​ງ​ໄດ້ .
ຂ່າວ/ບົດ​ອື່ນ