ເສດ​​ຖີ 11 ທ່ານ​ແຖວ​ໜ້າ​ໂລກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່​ງ​ເສີມ​ການ​ລົງ​ທຶນ​ຢູ່ ບິ່ງ​ດິງ

(VOVWORLD) - ກອງປະຊຸມແມ່ນໜຶ່ງໃນບັນດາການເຄື່ອນໄຫວຂຶ້ນກັບ ສັບປະດາ Amazing Binh Dinh Fest 2024 (ດຳເນີນແຕ່ວັນທີ 22 – 31 ມີນາ). 

ວັນທີ 25 ມີນາ, ສູນສົ່ງເສີມການລົງທຶນແຂວງ ບິ່ງດິງ ໃຫ້ຮູ້ວ່າ ມີເສດຖີ 11 ທ່ານ ແຖວໜ້າໂລກ  ຈະເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ບິ່ງດິງ ປີ 2024 ທີ່ຈະດຳເນີນໃນວັນທີ 29 ມີນາ ຈະມາເຖິງ. ເສດຖີ 11 ທ່ານ ມາຈາກ ບັນດາປະເທດຄື: ໄທ, ສ.ເກົາຫຼີ, ຊູແອັດ, ອິດສະລາແອັນ, ສິງກະໂປ, ສະຫະລັດ ອາຣັບ ເອມິເລດ (UAE)…          

ກອງປະຊຸມແມ່ນໜຶ່ງໃນບັນດາການເຄື່ອນໄຫວຂຶ້ນກັບ ສັບປະດາ Amazing Binh Dinh Fest 2024 (ດຳເນີນແຕ່ວັນທີ 22 – 31 ມີນາ). ກອງປະຊຸມສົ່ງເສີມການລົງທຶນແຂວງ ບິ່ງດິງ ປີ 2024 ຈະໄດ້ຈັດຂຶ້ນຢູ່ສູນກອງປະຊຸມແຂວງ ບິ່ງດິງ ຢູ່ນະຄອນ ກຸຍເຍິນ ດ້ວຍການເຂົ້າຮ່ວມຂອງ ຜູ້ແທນ ກ່ວາ 1000 ທ່ານ ເຊິ່ງເປັນການນຳສູນກາງ, ສະຖານທູດບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ນັກທຸລະກິດໂລກ, ສະມາຄົມວິສາຫະກິດ, ອົງການສົ່ງເສີມການລົງທຶນ ແລະ ວິສາຫະກິດເກືອບ 500 ແຫ່ງ.

ກອງປະຊຸມມີບັນດາການເຄື່ອນໄຫວຄື: ເຊັນບົດບັນທຶກຊ່ວຍຈຳການຮ່ວມມືພັດທະນາການທ່ອງທ່ຽວໄລຍະ 2024 – 2028 ລະຫວ່າງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກັບຄະນະກຳມະການປະຊາຊົນແຂວງ ບິ່ງດິງ, ກຸ່ມບໍລິສັດໃຫຍ່ການບິນ ຫວຽດນາມ ແລະ ກຸ່ມບໍລິສັດຫຸ້ນສ່ວນບິ່ງດິງ F1, ມອບຂໍ້ຕົກລົງຮ່ວມມື ແລະ ບັນດາບົດບັນທຶກຊ່ວຍຈຳໃຫ້ແກ່ 6 ນັກລົງທຶນ, ມອບແຜນນະໂຍບາຍລົງທຶນ /ໃບຢັ້ງຢືນຈົດທະບຽນການລົງທຶນໃຫ້ແກ່ 5 ໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ