ເສດຖະກິດ ຫວຽດນາມ ພວມມີບັນດາສັນຍານເປັນໜ້າຊື່ນຊົມ

ເສດຖະກິດ ຫວຽດນາມ ພວມມີບັນດາສັນຍານເປັນໜ້າຊື່ນຊົມ  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ
ກອງ​ປະຊຸມ​ລັດຖະບານ​ປະຈ​ຳ​ເດືອນ 3/2017
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 03/04, ຢູ່​ສຳນັກ​ງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານກອງ​ປະຊຸມ​ລັດຖະບານ​ປະຈ​ຳ​ເດືອນ 3/2017. ​ເສດຖະກິດ ຫວຽດນາມ​ ​ໃນ​ໄຕ​ມາດ 1/2017 ມີ​ບັນດາ​ສັນຍານ​ເປັນ​ໜ້າ​ຊື່ນ​ຊົມ, ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ແມ່ນ ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ໄວ, ​ໄຕ​ມາດ 1 ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່ບັນລຸ​ກ່ວາ 26.500 ​ແຫ່ງ, ​ເພີ່ມ​ຂຶ້ນ 11% ກ່ຽວ​ກັບ​ຈຳນວນ​ວິ​ສາ​ຫະກິດ ​ແລະ 45,8% ກ່ຽວ​ກັບ​ທຶນຮອນ. ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​​ໃນ​ໄລຍະ​ຈະ​ມາ​ເຖິງ​ຕ້ອງ​ເຕີບ​ໂຕ, ຄວບ​ຄຸມ​ໄພ​ເງິນ​ເຟີ້ເພື່ອ​ຮັບປະກັນ​ຄວາມ​ດຸ່ນດ່ຽງມະຫາ​ພາກ​ຄື: ງົບປະມານ​ແຫ່ງ​ລັດ, ໜີ້​ສາທາລະນະ, ການ​ລົງທຶນ, ຂາ​ເຂົ້າຂາ​ອອກ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ​ຂອງ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        “ພິ​ເສດ ຕ້ອງ​ຍູ້​ແຮງ​ການ​ລົງທຶນ​ສັງຄົມ. ພວກ​ເຮົາ​ຫາ​ກໍ່​ປຸກລະດົມ ​ແລະ ປະຊາຊົນ​ໄດ້​ຕອບ​ສະໜອງ​ຢ່າງຂ້ຽວຂາດ, ​ແຂງ​ແຮງ​ທີ່​ສຸດ. ພວກ​ເຮົາ​ຕ້ອງ​ປຶກສາ​ຫາ​ລີ​ນະ​ໂຍບາຍ ​ເພື່ອ​ຍູ້​ແຮງການ​ລົງທຶນ​ສັງຄົມ. ​ຍ້ອນ​ເຫດ​ນີ້​ເອງ ບັນດາ​ການ​ອຸທິດ​ສ່ວນ, ການ​ປ່ຽນ​ໃໝ່​ຢ່າງ​ຂ້ຽວຂາດ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ, ຈະ​ສຳ​ເລັດ​ຜົນ​​ໄດ້ຫຼື​ບໍ? ສຳຄັນ​ແມ່ນການ​ບໍລິຫານ​ຂອງ​ລັດຖະບານ​ກ່ຽວ​ກັບ​ເສດຖະກິດ​ສັງຄົມ. ຕົວ​ຢ່າງຄື: ​ເພີ່ມ​ເງິນ​ລົງທຶນ​ ທົ່ວ​ສັງຄົມ​ຂຶ້ນ 3% ​ເພື່ອ​ສາມາດ​ກວມ​ເອົາ 35% GDP ​ໄດ້​ຫຼື​ບໍ? ​ເຮັດ​ແນວ​ໃດ​ຈັດ​ແບ່ງ​ແຫຼ່ງກຳລັງ​ຕາມ​ສັນຍານ​ການ​ຕະຫລາດ ​ເພື່ອ​ບັນລຸ​ໝາກຜົ​ນດີ​ທີ່​ສຸດ? ​ເຮັດ​ແນວ​ໃດ​ອຸດສາຫະກຳ​ຂຸດ​ຄົ້ນ​ບໍ່​ແຮ່​ໄດ້​ຮັບ​ການ​ຍູ້​ແຮງ, ​ແກ້​ໄຂ​ດ້ວຍ​ກົນ​​ໄກ​ໃດໜຶ່ງ”.

 

 

ຕອບກັບ

ຂ່າວ/ບົດ​ອື່ນ