ເສດຖະກິດ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຮງ

(VOVWORLD) - ເສດຖະກິດ ຫວຽດນາມ ຄາດວ່າ ຈະສືບຕໍ່ບັນລຸໄດ້ໝາກຜົນແຫ່ງການເຕີບໂຕຢ່າງແຮງດ້ວຍລະດັບການເຕີບໂຕ GDP ຄາດວ່າຈະເພີ່ມຂຶ້ນ 7,1% ໃນປີ 2018, ກ່ອນທີ່ຫລຸດລົງເຫຼືອ 6,8% ໃນປີ 2019.
ເສດຖະກິດ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຮງ - ảnh 1 ທ່ານ Aaron Betten ກ່າວຄຳເຫັນທີ່ການປະຊຸມຂ່າວປະກາດບົດລາຍງານແງ່ຫວັງການພັດທະນາ ອາຊີ (ADO) 2018 (ພາບ: Hong Van)

ນີ້ແມ່ນເນືື້ອໃນ ທີ່ທ່ານ Aaron Betten ຫົວໜ້າຄະນະນັກຊ່ຽວຊານເສດຖະກິດຂອງທະນາຄານພັດທະນາ ອາຊີ (ADB) ຢູ່ ຫວຽດນາມ, ເຊິ່ງໄດ້ຍົກອອກມາໃນບົດລາຍງານແງ່ຫວັງການພັດທະນາ ອາຊີ 2018, ພາກ “ແງ່ຫວັງເສດຖະກິດ ຫວຽດນາມ” ປະກາດໃນວັນທີ 11 ເມສາ ຢູ່ ຮ່າໂນ້ຍ.

        ເມື່ອໄຈ້ແຍກກ່ຽວກັບການເຕີບໂຕຂອງ ຫວຽດນາມ, ທ່ານ Aaron Betten ຖືວ່າ:

        “ອາດຈະເຫັນໄດ້ວ່າ ບັນດາກຳລັງໜູນການເຕີບໂຕຕົ້ນຕໍຂອງ ຫວຽດນາມ. ນັ້ນແມ່ນ, ທີ່ 1 ແມ່ນການລົງທຶນຕ່າງປະເທດ, ໃນໄຕມາດ 1 ປີ 2018, ການປ່ອຍທຶນ FDI ບັນລຸໄດ້ 3,8 ຕື້ USD, ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກຳລັງໜູນການເຕີບໂຕຢ່າງແຮງທີ 2 ແມ່ນການສົ່ງອອກ. ກຳລັງໜູນການເຕີບໂຕທີ 3 ແມ່ນການບໍລິໂພກອຸປະໂພກຢູ່ພາຍໃນປະເທດ. ປັດໄຈສຳຄັນທີ 4 ໃນການເຕີບໂຕເສດຖະກິດ ຫວຽດນາມ ປີ 2018 ແມ່ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ວຽກເຮັດງານທຳ. ປັດໄຈສຸດທ້າຍ ນັ້ນແມ່ນກະສິກຳໄດ້ຟື້ນຟູ. ສັງເກດລວມແລ້ວ, ADB ຕີລາຄາສະພາບການຕັ້ງໜ້າ ແລະ ປະເອີບໃຈສຳລັບ ຫວຽດນາມ ໃນປີ 2018 ແລະ 2019”.

        ບົດລາຍງານຂອງ ADB ມີຂໍ້ສະເໜີແນະວ່າ ຄວນມີຄວາມມານະພະຍາຍາມກ່ວາອີກ ເພື່ອແກ້ໄຂບັນຫາຂາດທັກສະຂອງ ຫວຽດນາມ ແນໃສ່ຮັບປະກັນການເຕີບໂຕໃຫ້ຍືນຍົງ ແລະ ຍຸຕິທຳ.

ຕອບກັບ

ຂ່າວ/ບົດ​ອື່ນ