ເສດ​ຖະ​ກິດ ຫວຽດ​ນາມ ​ເຕີບ​ໂຕໄວ ແມ່ນ​ກຳ​ລັງ​ໜູນຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ຂຽວ ຢູ່ ຫວຽດ​ນາມ

(VOVWORLD) -   ຕາມບົດຂຽນ ທີ່ໄດ້ເອົາລົງໃນເວັບໄຊ The Diplomat ໃນວັນທີ 12 ມັງກອນ, ເສດຖະກິດ ຫວຽດນາມ ເຕີບໂຕໄວ ແມ່ນກຳລັງໜູນຊຸກຍູ້ການນຳໃຊ້ພະລັງງານຂຽວຢູ່ປະເທດນີ້.
ເສດ​ຖະ​ກິດ ຫວຽດ​ນາມ ​ເຕີບ​ໂຕໄວ ແມ່ນ​ກຳ​ລັງ​ໜູນຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ຂຽວ ຢູ່ ຫວຽດ​ນາມ - ảnh 1ໂຄງການພະລັງງານແຮງລົມ ແລະ ແສງອາທິດ ບັກຟອງ, ແຂວງ ນິງທ້ວນ (ພາບ: TTXVN)

ຕາມຜູ້ຂຽນແລ້ວ, ລະດັບເຕີບໂຕເສດຖະກິດຢ່າງວ່ອງໄວຢູ່ຫວຽດນາມ ໄດ້ຊຸກຍູ້ການຂະຫຍາຍຕົວຂອງພະລັງງານຜູ້ລິດຄືນໃໝ່ຢູ່ປະເທດນີ້. ທະນາຄານພັດທະນາ ອາຊີ ໃຫ້ຮູ້ວ່າ ນັບແຕ່ປີ 2014, ເສດຖະກິດ ຫວຽດນາມ ມີການເຕີບໂຕຕ່ຳສຸດແມ່ນ 6%, ບັນລຸ 7% ໃນປີ 2018 ແລະ 2019. ລະດັບການເຕີບໂຕຢ່າງວ່ອງໄວນີ້ ພວມຊຸກຍູ້ການນໍາໃຊ້ພະລັງງານຢູ່ໃນລະດັບກະໂດດຂັ້ນ

        ປີ 2017, ບັນດາອົງການຄຸ້ມຄອງຂອງ ຫວຽດນາມ ອະນຸຍາດໃຫ້ກຸ່ມບໍລິສັດ EVN ຊື້ພະລັງງານແສງອາທິດຈາກໂຮງງານຜະລິດເອກະລາດດ້ວຍລາຄາພະລັງານຜະລິດຄືນໃໝ່ບຸລິມະສິດພິເສດ (FIT)  ແມ່ນ 9,35 cent/kilowatt/ຊົ່ວໂມງ. ນີ້ແມ່ນກຳລັງໜູນທີ່ມີປະສິດທິຜົນແກ່ການເຕີບໂຕຢ່າງກະໂດດຂັ້ນໃນຂະແໜງພະລັງານຜະລິດຄືນໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ