ເສດຖະກິດດີຈີຕອນປີ ມະໂລງ 2024: ມານະພະຍາຍາມຮັກສາຄວາມໄວແຕ່ຕ້ອງມີການພັດທະນາແບບຍືນຍົງ

(VOVWORLD) - ຫວຽດນາມ ສືບຕໍ່ແມ່ນປະເທດມີລະດັບຄວາມໄວສູງທີ່ສຸດໃນການພັດທະນາເສດຖະກິດດີຈີຕອນຢູ່ພາກພື້ນ, ດ້ວຍການຄ້າເອເລັກໂຕນິກ 2023ເພີ່ມຂຶ້ນ11%, ເສດຖະກິດດີຈີຕອນການທ່ອງທ່ຽວ ເພີ່ມຂຶ້ນ 82%,ການຊຳລະທາງອອນລາຍ ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ກັບປີ 2022.

ເສດຖະກິດດີຈີຕອນປີ ມະໂລງ 2024: ມານະພະຍາຍາມຮັກສາຄວາມໄວແຕ່ຕ້ອງມີການພັດທະນາແບບຍືນຍົງ - ảnh 1ພາບປະກອບ:  VOV

ເສດຖະກິດດີຈີຕອນ ຫວຽດນາມ ພວມຢືນຢູ່ອັນດັບທີ 1 ຂອງພາກພື້ນກ່ຽວກັບຄວາມໄວໃນການເຕີບໂຕ ເຊິ່ງແມ່ນໝາກຜົນຂອງຄວາມມານະພະຍາຍາມຫຼາຍຢ່າງ ແຕ່ມະຫາພາກ ຕະຫຼອດຮອດ ຂັ້ນວິສາຫະກິດ, ປະຊາຊົນໃນຕະຫຼອດປີຜ່ານມາ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ຄວາມມານະພະຍາຍາມຫັນເປັນດີຈີຕອນ ໄດ້ຮັບການຍູ້ແຮງບົນພື້ນຖານຍຸດທະສາດພັດທະນາ 3 ເສົາຄ້ຳນັ້ນແມ່ນ: ລັດຖະບານດີຈີຕອນ,ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ.

ທ່ານ ຫງວຽນຮວາເກືອງ, ຮອງຫົວໜ້າສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງຖືວ່າ ເສດຖະກິດດີຈີຕອນ ພວມ ແລະ ຈະສືບຕໍ່ປະກອບສ່ວນທີ່ໃຫຍ່ຫຼວງໃຫ້ແກ່ ເສດຖະກິດ ຫວຽດນາມ, ພິເສດໃນປີ 2024. ຕາມແຜນນະໂຍບາຍຂອງລັດຖະບານ, ຫົວຂໍ້ ກໍ່ແມ່ນປົ້າໝາຍໃນການຫັນເປັນດີຈີຕອນໃນປີ 2024 ແມ່ນ ພັດທະນາເສດຖະກິດດີຈີຕອນ ດ້ວຍ 4 ເສົາຄຳ້: ອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນບັນດາຂະແໜງເສດຖະກິດເປັນດີຈີຕອນ, ການຄຸ້ມຄອງດີຈີຕອນ, ຂໍ້ມູນດີຈີຕອນ. ນີ້ໄດ້ຮັບຖືວ່າແມ່ນກຳລັງໜູນສຳຄັນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມໂດຍໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ