ເສດ​ຖະ​ກິດ​ພາກ​ພື້ນ Eurozone ຫຼີກ​ລ້ຽງ​ໄດ້​ການ​ຊຸດ​ໂຊມ

(VOVWORLD) - ຕົວເລກໂດຍ Eurostat - ອົງການສະຖິຕິສະຫະພາບເອີຣົບ (ອີຢູ) ປະກາດໃນວັນທີ 30 ມັງກອນ ໄດ້ຊີ້ແຈ້ງວ່າ ເສດຖະກິດພາກພື້ນນຳໃຊ້ສະກຸນລວມເອີຣົບ - Eurozone - ຫຼີກລ້ຽງໄດ້ການຊຸດໂຊມໃນ 6 ເດືອນທ້າຍປີ 2023, ແຕ່ກໍຢຸດໄວ້ໄລຍະ 3 ເດືອນທ້າຍປີ.
ເສດ​ຖະ​ກິດ​ພາກ​ພື້ນ Eurozone ຫຼີກ​ລ້ຽງ​ໄດ້​ການ​ຊຸດ​ໂຊມ - ảnh 1(ພາບປະກອບ: Reuters)

ຕາມບົດລາຍການເບື້ອງຕົ້ນຂອງ Eurostat, ການເຕີບໂຕຂອງ 20 ພື້ນຖານເສດຖະກິດໃນພາກພື້ນ Eurozone ຖືກຢຸດໄວ້ຢູ່ໃນລະດັບ 0% ໃນໄຕມາດປີ 4 ຂອງປີ 2023, ໂດຍຕ່າງກັບການຄາດຄະເນທີ່ວ່າ ຈະຫຼຸດລົງ 0,1% ເຊິ່ງວົງການນັກໄຈ້ແຍກສ່ວນຫຼາຍໄດ້ຍົກອອກມາກ່ອນໜ້ານັ້ນ. ກໍຕາມຕົວເລກຂອງອົງການສະຖິຕິດັ່ງກ່າວແລ້ວ, ເສດຖະກິດຂອງ EU (ລວມມີ 27 ປະເທດ) ບໍ່ເຕີບໂຕໃນໄຕມາດສຸດທ້າຍຂອງປີ 2023 ພາຍຫຼັງທີ່ລະດັບການເຕີບໂຕຫຼຸດລົງ 0,1%  ໃນໄຕມາດທີ 3. ຕົວເລກດັ່ງກ່າວກໍຊີ້ໃຫ້ເຫັນວ່າ ເສດຖະກິດ EU ແລະ Eurozone ໃນທັງປີ 2023 ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ປີ 2022, ຕ່ຳກວ່າລະດັບການຄາດຄະເນ 0,6% ໂດຍຄະນະກຳມະການເອີຣົບ (EC) ໄດ້ຍົກອອກມາໃນທ້າຍເດືອນ ພະຈິກ 2023.

        ການເຕີບໂຕຂອງ Eurozone  ຖືກຢຸດໄວ້ ກໍຍ້ອນວ່າໃນໄຕມາດທີ 4 ປີ 2023, ບັນດາພື້ນຖານເສດຖະກິດໃຫຍ່ຄື ເຢຍລະມັນ ມີການເຕີບໂຕຫຼຸດລົງ 0,3%, ຝລັ່ງ ມີການເຕີບໂຕເປັນ 0% ແລະ ການເຕີບໂຕຂອງເສດຖະກິດ ອີຕາລີ ກໍຢູ່ເພີ່ມຂຶ້ນພຽງແຕ່ 0,2% ເທົ່ານັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ