ເສດຖະກິດລັດເຊຍພວມຟື້ນຕົວຢ່າງວ່ອງໄວ

ເສດຖະກິດລັດເຊຍພວມຟື້ນຕົວຢ່າງວ່ອງໄວ - ảnh 1
ທ່ານ Putin : ເສດຖະກິດ​ລັດເຊຍປະຈຸບັນເທົາ​ກັບ 2/3ຂອງ​ລະດັບ ກ່ອນ​ໄລຍະ​ວິ​ກິດ​ການ
(ພາບ: vietnamese.ruvr.ru)

   ລັດ​ເຊຍສາມາດ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ເຖິງ​ລະດັບ​ເທົ່າ​ກັບ 2/3ຂອງ​ລະດັບ ກ່ອນ​ໄລຍະ​ວິ​ກິດ​ການ. ກ່າວຄຳເຫັນທາງໂທລະພາບເມື່ອວັນທີ່ 17 ມັງກອນ, ທ່ານນາຍົກລັດຖະມົນຕີລັດ​ເຊຍ Vladimir Putin ຢືນຢັນ​ວ່າ ອັດຕາ​ແລກປ່ຽນ​ຂອງ​ສະ​ກຸນ​ເງິນ ຣຸບ ພວມ​ມີ​ຄວາມ​ສະຫງົບ​ໝັ້ນ​ທ່ຽງ, ການ​ສະ​ສົມ​ຄຳ ​ແລະ ​ເງິນຕາ​ຕ່າງປະ​ເທດ​ເລີ່​ມ​ເພີ່ມ​ຂຶ້ນ, ພິ​ເສດ​ຂົງ​ເຂດ​ຜະລິດ​ລູກ​ສອນ​ໄຟ​ໄດ້ບັນລຸລະດັບການ ເຕີບໂຕ 12%. ທ່ານນາຍົກລັດຖະມົນຕີລັດ​ເຊຍ Vladimir Putinຊີ້ແຈ້ງວ່າ ຄວນບັນລຸການເຕີບໂຕໄວກ່ວາໂດຍພື້ນຖານເສດຖະກິດເທັກໂລໂນຢີໃໝ່.ແຕ່ທ່ານ ນາຍົກລັດຖະມົນຕີລັດ​ເຊຍ Vladimir Putinກໍໄດ້ເນັ້ນເຖິງສິ່ງສຳຄັນ ແມ່ນມີບາງ ການປ່ຽນແປງໂດຍພື້ນຖານທີ່ມີ ລັກສະນະໂຄງປະກອບໃນພື້ນຖານເສດຖະກິດ.

   ທ່ານນາຍົກລັດຖະມົນຕີລັດ​ເຊຍ Vladimir Putinໃຫ້ຮູ້ວ່າ ໄດ້ໃຊ້ຈາຍເງິນ 3000 ຕື້ຣຸບໃຫ້ແກ່ບັນດາ ມາດຕະການ ຕ້ານວິກິດການ. ຕາມທ່ານແລ້ວ, ໃນໄລຍະວິກິດການ, ອຳນາດການປົກຄອງບໍ່ມີຄວາມ ຜິດພາດແຕ່ຢ່າງໃດ. ທ່ານຍັງໃຫ້ຮູ້ວ່າ ລັດຖະບານລັດ​ເຊຍຈະຮຽບຮຽງບັນດາຮ່າງກົດໝາຍ ແລະ ມະຕິ ກ່ຽວກັບການຮັບມື ກັບກໍລະນີ ຈະ​ເກີດ​ວິ​ກິດ​ການ​ເສດຖະກິດ​ຄັ້ງ​ທີ່ 2 .

    

ຂ່າວ/ບົດ​ອື່ນ