ເສດຖະກິດສັງຄົມ ເຂດໄຕງວຽນສືບຕໍ່ ພັດທະນາແບບ ຍືນຍົງ

ເສດຖະກິດສັງຄົມ ເຂດໄຕງວຽນສືບຕໍ່ ພັດທະນາແບບ ຍືນຍົງ - ảnh 1

(ພາບ:ca.cand.com.vn)

(TTX)- ​ວັນ​ທີ 2/10, ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ເດືອນ​ຂອງ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ທ່ານ Tran Viet Hung ຮອງ​ຫົວໜ້າຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ໃຫ້​ຮູ້​ວ່າ: ​ໃນ 9 ​ເດືອນ​ຕົ້ນປີ​ນີ້, ​ເສດຖະກິດ​ສັງ​ຄົມ​ທົ່ວ​ເຂດ​ໄຕ​ງວຽນ ​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ, ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ເພີ່ມ​ຂຶ້ນ 12,3% ​ເມື່ອ​ທຽບກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2011. ການ​ຜະລິດ​ກະສິກຳ​ບັນດາ​ແຂວງ​ໄຕ​ງວຽນ​ ມີ​ການຫັນປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ດ້ານ​ຫັນປ່ຽນ​ຜົນລະປູກ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ທະ​ວີຄູນ​ບັນດາ​ຮູບ​ແບບ​ລົງທຶນ​ກະ​ເສດ​ສຸມ, ການ​ຜະລິດ​ສະອາດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ຂົງ​ເຂດ​ປູກ​ຕົ້ນກາ​ເຟ, ຕົ້ນ​ໄມ້​ກິນ​ໝາກ​, ຊາ, ດອກ​ໄມ້, ຜັກ​ສົ່ງ​ອອກ. ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ, ບັນດາ​ແຂວງ​ໄຕ​ງວຽນ ສຸມ​ໃສ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ບໍລິ​ເວນ​ເຂດ​ຫ່າງ​ໄກ​ສອກຫລີກ. ປະຈຸ​ບັນ, ມີປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຄົນ​ທຸກ​ຍາກກ່ວາ 600.000 ຄົນ​ໄດ້​ຮັບ​ບັດ​ປະກັນ​ສຸຂະພາບ​ດ້ວຍ​ຍອດ​ຈຳນວນ​ເງິນ​ກ່ວາ 315 ຕື້​ດົ່ງ. ການ​ສຶກສາ, ບຳລຸງ​ສ້າງ, ສາທາລະນະ​ສຸກ​ໄດ້​ຮັບ​ຄວາມ​ເອົາ​​ໃຈ​ໃສ່, ພັດທະນາ​ຢ່າງ​ຄົບ​ຊຸດ…

   ​ແຕ່​ນີ້​ຮອດ​ທ້າຍ​ປີ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ກວດກາ​ສະພາບ​ຕົວ​ຈິງ​ພື້ນຖານ​ໂຄງ​ລ່າງ​ເຂດ​ຊົນນະບົດ, ຕີ​ລາຄາ​ສະພາບ​ນຳ​ໃຊ້​ທີ່​ດິນ, ການ​ຜະລິດ, ຊີວິດ​ຂອງປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ແກ້​ໄຂ​ບັນຫາ​ຄົມມະນາຄົມ, ການ​ຄຸ້ມ​ຄອງປົກປັກ​ຮັກສາ​ປ່າ, ພັດທະນາ​ກາ​ເຟ​ແບບ​ຍືນ​ຍົງ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ເປັນ​ເສນາ​ທິການ​ໃນ​ການ​ປະກາດ​ໃຊ້​ກົນ​ໄກ, ນະ​ໂຍບາຍ​ພິ​ເສດສະ​ເພາະ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃຫ້​​ແກ່​ເຂດ​ໄຕ​ງວຽນ.

 

 

ຂ່າວ/ບົດ​ອື່ນ