ເສດຖະກິດຫວຽດນນາມ ມີສັນຍານຟື້ນຟູ ແລະ ເຕີບໂຕຢ່າງໄວ

ເສດຖະກິດຫວຽດນນາມ ມີສັນຍານຟື້ນຟູ ແລະ ເຕີບໂຕຢ່າງໄວ - ảnh 1
ເສດຖະກິດ​ຫວຽດນນາມ ມີ​ສັນຍານ​ຟື້ນ​ຟູ ​ແລະ ​ເຕີ​ບ​​​ໂຕ​ຢ່າງ​ໄວ
(ພາບ: tinnhanhchungkhoan.vn)


(vovworld) – ​ເສດຖະກິດ​ຫວຽດນນາມ ມີ​ສັນຍານ​ຟື້ນ​ຟູ ​ແລະ ​ເຕີ​ບ​​​ໂຕ​ຢ່າງ​ໄວ, ນີ້​ແມ່ນ​ການ​ຕີ​ລາຄາ​ສັງ​ລວມຂອງ​ທະນາຄານ​ໂລກ (WB) ກ່ຽວ​ກັບ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ໃນ​ບົດ​ລາຍ​ງານ​ເຖິງ​ສະພາບ​ເສດຖະກິດ ທີ່​ໄດ້​ປະກາດ​ໃນ​ວັນ​ທີ 03/12.

        ທີ່​ການ​ປະກາດ​ບົດ​ລາຍ​ງານ​ໂດຍ WB ປະຈຳ​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 03/12, ຢູ່​ຮ່າ​ໂຍ້ບ, ທ່ານ Sandeep Mahajan, ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ,  ຫົວໜ້າ​ກຸ່ມ​ລາຍ​ງານ ສະຫຼຸບສະພາບ​ເສດຖະກິດ​ຂອງ WB ​ໃຫ້​ຮູ້​ວ່າ, ຕົວ​ເລກ​ເບື້ອງ​ຕົ້ນ​ຊີ້​ໃຫ້​ເຫັນ​ວ່າ, ​ເສດຖະກິດ​ຫວຍ​ດນາມ ພວມ​ຟື້ນ​ຕົວ​ຂຶ້ນ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ປົ  ວ​ແປງ​ຈາກ​ລະ​ດັບ 5,4% ​ໃນ​ປີ 2013 ຂຶ້ນ​ເຖິງ 5,6% ​ໃນ​ປີ 2014. ດັດຊະນີ​​ເງິນ​ເຟ​ີ້ພື້ນຖານ ຫຼື​ບັນດາ​ອັດຕາ​ເງິນ​ເຟີ້ອື່ນລ້ວນ​ແຕ່​​ເປັນ​ປົກກະຕິ​ໃນ​ປີ 2014. ສ່ວນ​ປີ 2015, ການ​ເຕີບ​ໂຕ​ຍັ​ງຮັກສາ​ໃນ​ລະດັບ 5,6% ​ແລະ ​ອັດຕາ​ເງິນ​ເຟີ້​ປະມານ 5%. ທ່ານ Sandeep Mahajan ​ໃຫ້​ຮູ້​ວ່າ.

        “​ເບິ່ງ​ລວມ​ແລ້ວ, ບັນດາ​ເງື່ອນ​ໄຂ​ເສດຖະກິດ​ໄດ້​ຮັບ​ການ​ຮັບ​ຮູ້​ຍ້ອນປະຊາ​ຄົມ​ບັນດາ​ນັກ​ລົງທຶນ​ສາກົນ. ​ເງື່ອນ​ໄຂ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ ກໍ່​ຊ່ວຍ​ໃຫ້​ຫວຽດນາມ ຍົກ​ລະດັບ​ໃນຕາຕະລາງ​ຈັດ​ອັນ​ດັບ ກ່ຽວ​ກັບ​ຄວາມ​ສ່ຽງ​ແຫ່ງ​ຊາດ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ ສືບ​ຕໍ່​ສະ​ແດງ​ບັນດາ​ການ​ເຄື່ອນ​ໄຫວ ກໍ່​ຄື​ບັນດາ​ການ​ປັບປຸງ​ທີ່​ມີ​ລັກສະນະ​ພາວະ​ວິ​ໄສ​ສຳລັບ​ບັນດາ​ນັກ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ”.

        ສ່ວນ​ທ່ານ​ນາງ Victoria Kwakwa, ຜູ້​ອຳ​ນວຍ​ການ​ໃຫຍ່ WB ປະຈຳ​ຫວຽດນາມ ຖື​ວ່າ.

        “ລັດຖະບານ​ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ບໍ່​ພຽງ​ແຕ່​ພັດທະນາ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ພັດທະນາ​ກາ​ນລົງທຶນ​ພາຍ​ໃນ​ປະ​ເທດ​ອີກ​ດ້ວຍ. ພວກ​ເຮົາ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ລັດຖະບານ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ, ​ໄດ້​ມີ​ບັນດາ​ການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ພາຍ​ໃນ​ປະ​ເທດ”.

ຂ່າວ/ບົດ​ອື່ນ