ເສດຖະກິດຫວຽດນາມ ກ້າວເຂົ້າສູ່ປີ 2013 ດ້ວຍພື້ນຖານແຂງແຮງກວ່າ

ເສດຖະກິດຫວຽດນາມ ກ້າວເຂົ້າສູ່ປີ 2013 ດ້ວຍພື້ນຖານແຂງແຮງກວ່າ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 04/02, ທະນາຄານ HSBC ຫວຽດນາມ ​ໄດ້​ປະກາດ​ບົດ​ລາຍ​ງານ​ເສດຖະກິດ​ຫວຽດນາມ ​ແງ່​ຫວັງ​ຕະຫຼາດ​ຫວຽດນາມ​ເດືອນ 01/2013. HSBC ​ໃຫ້​ຂໍ້​ສັງ​ເກ​ດວ່າ ຫວຽດນາມ ຫາ​ກໍ່​ກ້າວ​ເຂົ້າ​ສູ່​ປີ 2013 ດ້ວຍ​ພື້ນຖານ​​ແຂງ​ແຮງ​ກວ່າ ​ແລະ ບັນດາ​ຕົ​ວ​ເລກ​ດ້ານ​ເສດຖະກິດ​ກໍ່​ຕັ້ງໜ້າ​ກວ່າ​ໃນ​ເດືອນ 01. ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ລ້ວນ​ແຕ່​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ກັບ​ໄລຍະ​ປີ 2012, ດ້ວຍ​ເຫຼືອເຟືອການ​ຄ້າ​ຂອງ​ເດືອນ 1 ​ແມ່ນ​ 200 ລ້ານ USD. HSBC ​ໄດ້​ຕີ​ລາຄາ​ວ່າໄພ​ເງິ​ນ​ເຟ​ີ້​ ໄດ້ຮັບການຄວບຄຸມໄວ້ຈະ​ແມ່ນ​ຫຼັກ​ຖານ​ເພື່ອ​ຕີ​ລາຄາ​​ປະສິດທິ​ຜົນ ​ແລະ  ​ຄຳ​ໝັ້ນ​ສັນຍາຂອງ​ລັດຖະບານ​ທີ່​ມີ​ຕໍ່​ພື້ນຖານ​ເສດຖະກິດ.
ຂ່າວ/ບົດ​ອື່ນ