ເສດຖະກິດຫວຽດນາມຈະມີກາລະໂອກາດໃຫຍ່ຫຼວງ

ເສດຖະກິດຫວຽດນາມຈະມີກາລະໂອກາດໃຫຍ່ຫຼວງ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 08/10, ໜັງສືພິມ​ເອ​​ເລ​ກ​ໂຕ​ນິກ Los Angeles Time ຂອງອາ​​ເມ​ລິ​ກາ ​ໃຫ້​ຂໍ້​ສັງ​ເກດ​​ເລື່ອງ 1 ​ໃນ​ຈຳນວນ 12 ປະ​ເທດ​ເຂ​ົ້າຮ່ວມສັນຍາ​ການ​ຄ້າຂ້າມ​ປາຊີ​ຟິກ (TPP) ທີ່​ຫາ​ກໍ​ສິ້ນ​ສຸດ​ການ​ເຈລະຈາ, ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຫວຽດນາມ ສົ່ງ​ອອກ​ບັນດາ​ຜະ​ລິດ​ຕະພັນ ດ້ວຍ​ອັດຕາ​ພາສີ 0% ມຸ່ງ​ໄປ​ເຖິງ​ຕຳ​ຫຼາດ​ທີ່​ກວ້າງ​ໃຫຍ່​ລວມມີ​ບັນດາ​ປະ​ເທດ​ໃນ​ກຸ່ມ ກວມ​ເອົາ 2/5 ມູນຄ່າການ​ຄ້າ​ທົ່ວ​ໂລກ. ຕາມ​ການ​ຄາດ​ຄະ​ເນຂອງ​ສະຖານ​ບັນ​ເສດຖະກິດ​ສາກົນ Peterson, ຫວຽດນາມ ຈະ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ປະໂຫຍດຫຼາຍ​ທີ່​ສຸດ​ຈາກ TPP. ​ເມື່ອ TPP ມີ​ຜົນ​ບັງຄັບໃຊ້, ຄາດ​ວ່າການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ກ່ຽວ​ກັບ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຍິບ ​ແລະ ​ເກີບ​ໜັງ ຈະ​ເພີ່ມ​ຂຶ້ນ​ສູງ. ປະຈຸ​ບັນ, ຫວຽດນາມ ພວມ​ສ້າງ​ສຳ​ເລັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ພາສີ ​ແລະ ການ​ລົງທຶນ, ປັບ​ປຸງ​ພື້ນຖານ​ໂຄງ​ລ່າງ…ທະນາຄານ​ລົງທຶນ Goldsman Sachs ຄາດ​ຄະ​ເນ​ວ່າ, ພື້ນຖານ​ເສດຖະກິດ​ຫວຽດນາມ ພວມ​ຢືນ​ອັນ​ດັບ​ທີ 55 ​ໃນ​​ໂລກ ​ແລະ ຈະ​ເລື່ອນ​ຂຶ້ນ​ອັນ​ດັບ​ທີ​ 17 ​ໃນ​ປີ 2025 ດ້ວຍ GDP ​​ຈາກ 186 ຕື້ USD ​ໃນ​ປະຈຸ​ບັນເພີ່ມ​ຂຶ້ນ 450 ຕື້ USD.

ຂ່າວ/ບົດ​ອື່ນ