ເສດຖະກິດຫວຽດນາມຮັກສາລະດັບເຕີບໂຕໃນທຸກຂົງເຂດ

(VOVWORLD) -ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ຕີລາຄາສະພາບການໃນເດືອນສິງຫາ, 8 ເດືອນຜ່ານມາ ແລະ ໃຫ້ຂໍ້ສັງເກດຕໍ່ສະພາບການຂອງທັງປີ

ເສດຖະກິດຫວຽດນາມຮັກສາລະດັບເຕີບໂຕໃນທຸກຂົງເຂດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: VGP)

ຕອນເຊົ້າວັນທີ 04 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນສິງຫາ ປີ 2019 ຂອງລັດຖະບານ. ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ຕີລາຄາສະພາບການໃນເດືອນສິງຫາ, 8 ເດືອນຜ່ານມາ ແລະ ໃຫ້ຂໍ້ສັງເກດຕໍ່ສະພາບການຂອງທັງປີ, ພ້ອມກັນນັ້ນກໍ່ຍື່ນສະເໜີຕໍ່ລັດຖະບານແຜນການຂອງລັດປີ 2020, ການຂຶ້ນແຜນງົບປະມານຂອງລັດປີ 2020 ເພື່ອກະກຽມລາຍງານຕໍ່ກົມການເມືອງ, ຄະນະບໍລິຫານງານສູນກາງພັກ ແລະ ຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນເດືອນ ຕຸລາ ທີ່ຈະມາເຖິງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນສະພາບການເສດຖະກິດໂລກພວມມີສັນຍານຊຸດໂຊມຢ່າງເຫັນໄດ້ຊັດຄືໃນປະຈຸບັນ, ເສດຖະກິດຫວຽດນາມ ໄດ້ຮັກສາລະດັບເຕີບໂຕໃນທຸກຂົງເຂດ, ນັບທັງຂົງເຂດກະສິກຳ ເຊິ່ງເຄີຍປະສົບກັບຄວາມຫຍຸ້ງຍາກ. ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ, ອັດຕາເງິນເຟີ້ຢູ່ໃນລະດັບຕ່ຳທີ່ສຸດໃນຮອບເວລາ 3 ປີຜ່ານມາ; ການສົ່ງອອກເພີ່ມຂຶ້ນດີພໍສົມຄວນ ແລະ ການສົ່ງອອກເກີນດຸນພາຍຫຼັງໄລຍະ 8 ເດືອນບັນລຸກວ່າ 3,4 ຕື້ USD…

        ບໍ່ພຽງແຕ່ທາງດ້ານເສດຖະກິດເທົ່ານັ້ນ, ຂົງເຂດວັດທະນະທຳສັງຄົມ, ສາທາລະນະສຸກ, ການສຶກສາ, ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ… ກໍ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ