ເສີມຂະຫຍາຍການພົວພັນຮ່ວມມື ຫວຽດນາມ-ລາວ-ກຳປູເຈຍ

(VOVWORLD) -ວັນທີ 17 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງຕຳຫລວດ ຫວຽດນາມ ໄດ້ຈັດຕັ້ງ “ງານພົບປະມິດຕະພາບລະຫວ່າງ ລັດຖະມົນຕີສາມທ່ານຂອງ ຫວຽດນາມ -ລາວ - ກຳປູເຈຍ”. 
ເສີມຂະຫຍາຍການພົວພັນຮ່ວມມື ຫວຽດນາມ-ລາວ-ກຳປູເຈຍ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ສົມແກ້ວ ສີລະວົງ,  ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ, ທ່ານ ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Sar Kheng  (ພາບ: cand.com.vn)

ກ່າວຄຳເຫັນທີ່ເຫດການ, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ ໄດ້ຢືນຢັນວ່າ: ກຳລັງປ້ອງກັນຄວາມສະຫງົບລາວ ແລະ ກຳລັງຕຳຫລວດ ກຳປູເຈຍ ຍາມໃດກໍ່ສະຫງວນໃຫ້ກຳລັງຕຳຫລວດປະຊາຊົນ ຫວຽດນາມ ການຮ່ວມມື, ຊ່ວຍເຫລືອຢ່າງສຸດຈິດສຸດໃຈ, ມີປະສິດທິຜົນໃນພາລະກິດປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຂອງບັນດາປະເທດ ປະຈຸບັນ ນັບມື້ນັບເລິກເຊິ່ງກວ້າງຂວາງນັ້ນ, ການສົມທົບຢ່າງແຫນ້ນແຟ້ນລະຫວ່າງກຳລັງຕຳຫລວດ ປະຊາຊົນ ຫວຽດນາມ ກັບກຳລັງປ້ອງກັນຄວາມສະຫງົບລາວ ແລະ ກຳລັງຕຳຫລວດ ກຳປູເຈຍ ແມ່ນປັດໄຈສຳຄັນ ເພື່ອປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ.  ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Sar Kheng  ແລະ ພົນຕີ ສົມແກ້ວ ສີລະວົງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ການພົວພັນຮ່ວມມືລະຫວ່າງກຳລັງຕຳຫລວດ ແລະ ກຳລັງປ້ອງກັນຄວາມສະຫງົບ 3 ປະເທດ ສືບຕໍ່ພັດທະນາ, ບັນລຸໄດ້ໝາກຜົນຫລາຍຢ່າງໃນບັນດາຂົງເຂດຮ່ວມມື, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຮັບປະກັນຄວາມສະຫງົບປອດໄພແຫ່ງຊາດຂອງສາມປະເທດ. 

ເສີມຂະຫຍາຍການພົວພັນຮ່ວມມື ຫວຽດນາມ-ລາວ-ກຳປູເຈຍ - ảnh 2 (ພາບ: cand.com.vn)
ເສີມຂະຫຍາຍການພົວພັນຮ່ວມມື ຫວຽດນາມ-ລາວ-ກຳປູເຈຍ - ảnh 3 (ພາບ: cand.com.vn)

ຕອບກັບ

ຂ່າວ/ບົດ​ອື່ນ