ເສີມຂະຫຍາຍບົດບາດ,ກຳລັງແຮງຂອງບັນດາອົງການຈັດຕັ້ງມະຫາຊົນການເມືອງ-ສັງຄົມ

ເສີມຂະຫຍາຍບົດບາດ,ກຳລັງແຮງຂອງບັນດາອົງການຈັດຕັ້ງມະຫາຊົນການເມືອງ-ສັງຄົມ - ảnh 1
​ກອງ​ປະຊຸ​ມສະຫລຸບການ​ເຄື່ອນ​ໄຫວ​ປີ 2016 ຂອງ​ບັນດາ​ສະພາ
​ປຶກສາ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ

(vovworld) -  ວັນ​ທີ 30/12, ຢູ່ ຮ່າ​ໂນ້ຍ, ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸ​ມສະຫລຸບການ​ເຄື່ອນ​ໄຫວ​ປີ 2016 ຂອງ​ບັນດາ​ສະພາ​ປຶກສາ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຊຸດ​ທີ 8 ອາຍຸ​ການ​ປີ 2014 – 2019.

        ປະຕິບັດ​ໂຄງການ​ສົມທົບ​​ການ​ກະທຳ​ເປັນ​ເອກະ​ພາບ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປີ 2016, ຄະນະ​ປະທານ​ບັນດາ​ສະພາ​ປຶກສາ​ໄດ້​ສ້າງ​ແຜ​ນການ​ເຄື່ອນ​ໄຫວ​ລະອຽດ, ​ໃກ້ຊິດຕິດ​ແທດ​ພາລະ​ບົດບາດ, ໜ້າ​ທີ່. ບັນດາ​ສະພາ​ປຶກສາ​ໄດ້​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ສົມທົບ​ກັນ​ໃນ​ບັນດາ​ຂົງ​ເຂດ​​ໃຫ້​ຄຳປຶກສາ, ​ເສີມ​ຂະຫຍາ​ຍ​ໄດ້​ປັນຍາ​ຊົນ, ກຳ​ລັງ​ຄວາມ​ສາມາດ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ສະມາຊິກ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ໃນ​ປະຊາຊົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ.

        ​ໃນ​ປີ 2017, ບັນດາ​ສະພາ​ປຶກສາ​ຄົ້ນຄວ້າ​​ເປັນເສນາ​ທິການ​ຊ່ວຍ​ໃຫ້​ຄະນະ​ປະຈຳມີ​ຂໍ້​ລິ​ເລີ່​ມ ສ້າງກົນ​ໄກ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ, ກຳລັງ​ແຮງ​ຂອງ​ປະຊາຊົນ, ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​​ການ​ເມືອງ - ສັງຄົມ. ນີ້​ແມ່ນ​ໜ້າ​ທີ່​ສຳຄັນ, ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາ​ດຂອງ​ປະຊາຊົນ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ທຸກ​ຂັ້ນ​ພ້ອມ​ກັບ​ທຸກ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ການ​ເມືອງ - ສັງຄົມ.


ຂ່າວ/ບົດ​ອື່ນ