ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຖັນ​ແຖວ​ປັນ​ຍາ​ຊົນ​ໃນ​ການ​ສ້າງ​ສາ, ພັດ​ທະ​ນາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ

(VOVWORLD) -ວັນທີ 10 ຕຸລາ, ຢູ່ແຂວງທາຍງວຽນ, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມຄັ້ງທີ 5 ອາຍຸການ 2021 – 2026. 
ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຖັນ​ແຖວ​ປັນ​ຍາ​ຊົນ​ໃນ​ການ​ສ້າງ​ສາ, ພັດ​ທະ​ນາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ - ảnh 1ທ່ານ ຫງວຽນຊວັນທັງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຊວັນທັງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໃຫ້ຮູ້ວ່າ: ພາຍຫຼັງ 15 ປີແຫ່ງການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ (ຊູດທີ X) ກ່ຽວກັບການກໍ່ສ້າງຖັນແຖວປັນຍາຊົນໃນຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນ, ຈຳນວນນັກປັນຍາຊົນເພີ່ມຂຶ້ນໂດຍໄວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ. ການສະໜິດຕິດພັນລະຫວ່າງພັກ ກັບປັນຍາຊົນນັບມື້ນັບໄດ້ຮັບການເພີ່ມຂຶ້ນ. ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດບົນພື້ນຖານສຳພັນທະມິດ ກຳມະກອນ - ຊາວກະສິກອນ - ປັນຍາຊົນ ສືບຕໍ່ໄດ້ຮັບການປັບປຸງຢ່າງໝັ້ນແກ່ນ. ທ່ານ ຫງວຽນຊວັນທັງ ສະເໜີວ່າ ໃນໄລຍະເວລາທີ່ຍັງເຫຼືອ ຂອງປີ 2022, ບັນດາສະມາຊິກຂອງສະພາທິດສະດີສູນກາງສືບຕໍ່ຮັບປະກັນຄຸນນະພາບຂອງບັນດາບົດລາຍ

ງານໃຫ້ຄຳປຶກສາ ທີ່ຍືນສະເໜີຕໍ່ກົມການເມືອງ, ຄະນະເລຂາຢ່າງທັນການ, ຮັບໃຊ້ກອງປະຊຸມ ຄັ້ງທີ 7ຂອງຄະນະບໍລິຫານງານສູນກາງພັກຄັ້ງທີ XIII ກ່ຽວກັບບັນຫານະໂຍບາຍສັງຄົມ, ສ້າງຖັນແຖວປັນຍາຊົນໃນຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາກຳ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ