ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈີ​ມິນ ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ບຳ​ລຸງ​ສ້າງ, ຊອກ​ຫາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ

(VOVWORLD) - ຕອນບ່າຍວັນທີ 16 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ປີ 2023 ຂອງມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ “ການສຶກສາຂັ້ນມະຫາວິທະຍາໄລ ແລະ ບົດບາດກໍ່ສ້າງກຳລັງໜູນການເຕີບໂຕໂດຍໄວ ແລະ ຍືນຍົງໃຫ້ແກ່ປະເທດຊາດ ໃນໄລຍະໃໝ່”.

ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈີ​ມິນ ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ບຳ​ລຸງ​ສ້າງ, ຊອກ​ຫາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ໂດຍສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ເຊິ່ງມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ທີ່ບັນລຸໄດ້ໃນໄລຍະ 28 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ປັດຈຸບັນ, ຫວຽດນາມ ພວມສ້າງໂຄງປະກອບພື້ນຖານເສດຖະກິດທີ່ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕຕາມທິດພັດທະນາໂດຍໄວ ແລະ ຍືນຍົງຄືນໃໝ່, ເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການຄ້າເອເລັກໂຕນິກ, ບັນດາຂະແໜງການ, ຂົງເຂດທີ່ຫາກໍ່ພົ້ນເດັ່ນ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ກາຍເປັນລະບົບມະຫາວິທະຍາໄລຄົ້ນຄ້ວາແຖວໜ້າອາຊີ, ສະຖານທີເຕົ້າໂຮມຜູ້ມີຄວາມເກັ່ງກ້າສາມາດ, ແຜ່ກະຈາຍພູມປັນຍາ, ວັດທະນະທຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ