ການພົບປະເຈລະຈາ “ເສີມຂະຫຍາຍ ບົດບາດຂອງປະຊາຄົມ ຊາວຫວຽດນາມ ອາໃສຢູ່ຕ່າງປະເທດ"

ການພົບປະເຈລະຈາ “ເສີມຂະຫຍາຍ ບົດບາດຂອງປະຊາຄົມ ຊາວຫວຽດນາມ ອາໃສຢູ່ຕ່າງປະເທດ
(ການ​ເຈ​ລະ​ຈາ " ເສີມ​ຂະ​ຫ​ຍາຍ​​ບົດ​ບາດຂອງວົງ​ຄະ​ນະ​ຍາດ​ຊາວ​ຫ​ວຽດ​ນາມ
ອ​າ​ໄສ​ຢູ່​ຕ່າ​ງ​ປະ​ເທດ​ໃນ​ກາ​ນ​ສ້າງ​ກຸ່ມກອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ ຊົນ​ທັງ​ຊ​າດ")


(vovworld) –​​​​ວັນ​ທີ 22/9, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຈັດການ​ພົບ​ປະ​ເຈລະຈາ “​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​​ໃສ​ຢູ່​ຕ່າງປະ​ເທດ​ໃນ​ການ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ຊົນ​ຊາດ“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ລາມ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ມີຊາວ​ຫວຽດນາມ ​ອາ​​ໃສ​ຢູ່​ຕ່າງປະ​ເທດ​ກ່ວາ 4,5 ລ້ານ​ຄົນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ທ່ານ​ຕີ​ລາຄາ​ສູງ​ນ້ຳ​ໃຈ​ຮັກ​ຊາດ​ກໍ່​ຄື​ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງຊາວ​ຫວຽດນາມ​ອາ​​ໃສ​ຢູ່​ຕ່າງປະ​ເທດ​ໃນທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ຜັນ​ຂະຫຍາຍ​ຫຼາຍ​ລາຍການ​ມຸ່ງ​ໄປ​ເຖິງປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ດຳລົງ​ຊີວິດ​ໄກ​ຈາກ​ປະ​ເທດ​ຊາດ ​ເພື່ອ​ໃຫ້​ເຂົາ​ເຈົ້າມີ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ​ເຊື່ອມ​ຕົວ​ເຂົ້າກັບປະ​ເທດ​ທີ່​ຕົນ​ອາ​ໄສ, ຮັກສາ​ສີສັນ​ຊາດ ​ແລະ ​​ອ່ວາຍ​ເມືອ​ຫາປະ​ເທດ.

   ທ່ານ​ຕ່າຍ​ເຟືອງ, ​ຊາວ​ຫວຽດນາມ​ ອາ​​ໃສ​ຢູ່​ອາ​ເມ​ລິ​ກາ, ກຳມະການ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ປະທານສະມາຄົມ​ຕິດ​ຕໍ່​ພົວພັນ ຊາວ​ຫາຍ​ຟ່ອງ ອາ​​ໃສ​ຢູ່​ຕ່າງປະ​ເທດ​ ​ໃຫ້​ຮູ້​ວ່າ:

   “​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ບັນດາ​​ໂຄງການ​ປະຕິບັດ​ງານ​ຂອງ​ປະຊາ​ຄົມຊາວ​ຫວຽດນາມ​ ອາ​​ໃສ​ຢູ່​ຕ່າງປະ​ເທດ. ຈາກ​ນັ້ນ, ​ ສະມາຄົມ​ຕິດ​ຕໍ່​ພົວພັນ ຊາວ​ຫາຍ​ຟ່ອງ ອາ​​ໃສ​ຢູ່​ຕ່າງປະ​ເທດ ​ໄດ້​ມີການ​ພັດທະນາ​ເປັນ​ຢ່າງ​ດີ. ຊາວ​ຫາຍ​ຟ່ອງ ​ໄດ້​ຕອບ​ສະໜອງບັນດາ​ຂະ​ບວນການ​ໂດຍ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປຸກລະດົມ​ຢ່າງ​ຕັ້ງໜ້າຄື: ຊ່ວຍ​ເຫຼືອ​ເດັກ​ທຸກ​ຍາກ, ກູ້ຊ່ວຍ​ປະຊາຊົນຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ, ນ້ຳຖ້ວມ ​ແລະ ຫວ່າງ​ມໍ່ໆ​ມາ​ນີ້​ແມ່ນ​ລາຍການ​ມຸ່ງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ“./.

 


ຂ່າວ/ບົດ​ອື່ນ