ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມໃນວຽກງານຂົນຂວາຍປະຊາຊົນ

(VOVWORLD) - ຕອນເຊົ້າວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດກອງປະຊຸມແລກປ່ຽນທີ່ວຽກງານຂົນຂວາຍປະຊາຊົນ ກຸ່ມແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມປີ 2017

ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມໃນວຽກງານຂົນຂວາຍປະຊາຊົນ - ảnh 1 ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດແລະ

ບັນດາອົງການຈັດຕັ້ງການເມືອງ-ສັງຄົມໃນວຽກງານຂົນຂວາຍປະຊາຊົນ

(ພາບ: TTXVN)

ຜັນຂະຫຍາຍການປະຕິບັດມະຕິສູນກາງຄັ້ງທີ 6 (ຊຸດທີ 12) ບາງບັນຫາກ່ຽວກັບການສືບຕໍ່ປ່ຽນໃໝ່, ຊັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ.

        ຊີ້ນຳທີ່ກອງປະຊຸມ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ຖືວ່າ, ປີ 2019 ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຕ້ອງປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງຂ້ຽວຂາດກວ່າ; ມານະພະຍາຍາມຫຼຸດຜ່ອນອັດຕາຂອບຄົວທຸກຍາກຢູ່ເຂດຫ່າງໄກຊອກຫຼິກ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຊາຍແດນ, ເຂດທະເລໝູ່ເກາະ…

        ກ່ຽວກັບແບບວິທີການຜັນຂະຫຍາຍມະຕິກອງປະຊຸມສູນກາງພັກຄັ້ງທີ 6 ໃນໄລຍະຈະມາເຖິງ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໋ງ ຢືນຢັນວ່າ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງ, ການເມືອງ - ສັງຄົມ ຄວນສືບຕໍ່ຫັນຈິດໃຈຂອງມະຕິເປັນລະອຽດ, ຖືການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງເປັນກຳລັງໜູນ; ຖືຄວາມຕັ້ງໜ້າ, ເປັນເຈົ້າການເປັນທິດນຳປະຕິບັດງານ…

ຕອບກັບ

ຂ່າວ/ບົດ​ອື່ນ