ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຊົນຫວຽດນາມ - ສປປ.ເກົາຫຼີ

(VOVWORLD) -ໃນອາຍຸການ 2021 – 2026 ສະມາຄົມມິດຕະພາບ ຫວຽດນາມ - ສປປ.ເກົາຫຼີ ໄດ້ກຳນົດການເພີມທະວີວຽກງານໂຄສະນາກ່ຽວກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ສປປ.ເກົາຫຼີ ດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນ.
ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຊົນຫວຽດນາມ - ສປປ.ເກົາຫຼີ - ảnh 1ການເຄື່ອນໄຫວທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ອາຍຸການ 2021 – 2026
(ພາບ: VUFO)

ວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ສປປ.ເກົາຫຼີ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ອາຍຸການ 2021 – 2026 ຕາມຮູບແບບໂດຍກົງ ແລະ ທາງໄກ. ທ່ານ ເວືອງຢຸຍບຽນ, ອະດີດຮອງລັດຖະມົນຕີກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສືບຕໍ່ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະມາຄົມ ອາຍຸການ 2021 – 2026.

        ໃນອາຍຸການ 2021 – 2026 ສະມາຄົມມິດຕະພາບ ຫວຽດນາມ - ສປປ.ເກົາຫຼີ ໄດ້ກຳນົດການເພີມທະວີວຽກງານໂຄສະນາກ່ຽວກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ສປປ.ເກົາຫຼີ ດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນ. ພ້ອມກັນນັ້ນ, ສະມາຄົມ ຄົ້ນຄວ້າ, ຈັດບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ, ກິລາ ກາຍຍະກຳ, ໂຄສະນາການທ່ອງທ່ຽວ… ຈາກນັ້ນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ໃນການເຄື່ອນໄຫວຮ່ວມມືທາງດ້ານເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ການແລກປ່ຽນວັດທະນະທຳ, ທ່ອງທ່ຽວລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ