ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຮັບໃຊ້ການພັດທະນາແບບຍືນຍົງ

(VOVWORLD) - ພາຍຫຼັງທີ່ບັນດາມໍລະດົກວັດທະນະທຳໄດ້ຮັບການຮັບຮອງເອົາ, ຈົດຊື່ຈາກ UNESCO ນັ້ນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວດຶງດູດໃຈ
ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຮັບໃຊ້ການພັດທະນາແບບຍືນຍົງ - ảnh 1ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: baoquocte.vn)

        ກອງປະຊຸມສາກົນ “ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຮັບໃຊ້ການພັດທະນາແບບຍືນຍົງ” ຖືກໄຂຂຶ້ນໃນວັນທີ 03 ກໍລະກົດ, ຢູ່ແຂວງ ນິງບິ່ງ. ເຫດການໂດຍກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ນິງບິ່ງ ສົມທົບກັນຈັດຂຶ້ນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຢືນຢັນວ່າ, ຫວຽດນາມ ກຳນົດການພັດທະນາແບບຍືນຍົງບົນພື້ນຖານຖືວັດທະນະທຳເປັນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງເປັນເປົ້າໝາຍ, ທັງແມ່ນກຳລັງແຮງພາຍໃນ, ກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດ. ດ້ວຍແຫຼ່ງຊັບພະຍາກອນວັດທະນະທຳ ແລະ ທຳມະຊາດຢ່າງໂຫຍ່ໂຕ, ອຸດົມສົມບູນ, ເປັນເອກະລັກສະເພາະນັ້ນ, ມາຮອດປະຈຸບັນ UNESCO ໄດ້ຈົດຊື່ ມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ, ມໍລະດົກວັດທະນະທຳບໍ່ເປັນວັດຖຸ, ສວນສາທາລະນະທໍລະນີທົ່ວໂລກ… ຂອງ ຫວຽດນາມ ຫຼາຍແຫ່ງ. ພາຍຫຼັງທີ່ບັນດາມໍລະດົກວັດທະນະທຳໄດ້ຮັບການຮັບຮອງເອົາ, ຈົດຊື່ຈາກ UNESCO ນັ້ນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວດຶງດູດໃຈ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງຊາດພັດທະນາເສດຖະກິດ - ສັງຄົມ.

        ກອງປະຊຸມໄດ້ສຸມໃສ່ປຶກສາຫາລື 3 ຫົວເລື່ອງຈຸດສຸມສະເພາະ, ລວມມີ: ສະພາບຕົວຈິງກ່ຽວກັບການເສີມຂະຫຍາຍນາມມະຍົດ UNESCO ຮັບໃຊ້ການພັດທະນາແບບຍືນຍົງຢູ່ ຫວຽດນາມ; ບົດຮຽນສາກົນກ່ຽວກັບການເສີມຂະຫຍາຍນາມມະຍົດ UNESCO ຮັບໃຊ້ການພັດທະນາແບບຍືນຍົງ; ມາດຕະການແກ້ໄຂການລະດົມແຫຼ່ງກຳລັງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່ານາມມະຍົດ UNESCO ຮັບໃຊ້ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ