ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່

(VOVWORLD) - ຕອນເຊົ້າວັນທີ 15 ສິງຫາ, ທີ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບ ແລະ ເຊີດຊູແບບຢ່າງກ້າວໜ້າ 5 ປີແຫ່ງການປະຕິບັດບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່” ຕິດພັນກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ (2014 - 2019).
ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່ - ảnh 1 ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່ (ພາບ: cand.com.vn)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ຢືນຢັນວ່າ: ບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່” ໃນ 5 ປີຜ່ານມາ ບັນລຸໄດ້ໝາກຜົນສຳຄັນໃນເບື້ອງຕົ້ນ, ສ້າງຄວາມແຜ່ຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງ, ກາຍເປັນກຳລັງໜູນ, ສະຕິຄວາມຕື່ນຕົວ, ວຽກງານປະຈຳຂອງພະນັກງານນັກຮົບ ໃນການປະຕິບັດໜ້າທີ່ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ໃຫ້ໝັ້ນຄົງ. ທ່ານພົນເອກ ໂງຊວັນລິກ ເນັ້ນໜັກວ່າ:

        “ຍົກສູງຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ ເປັນຕົ້ນແມ່ນພະນັກງານຫຼັກແຫຼ່ງທຸກຂັ້ນ ໃນການປະຕິບັດບັ້ນຂົນຂວາຍ. ເລື່ອງເປັນແບບຢ່າງຕ້ອງປະຕິບັດເປັນປະຈຳ, ລຽນຕິດ, ປະຕິບັດຢູ່ທຸກເວລາ, ທຸກບ່ອນ ນັບແຕ່ສະຕິຄວາມຮັບຮູ້ຕະຫລອດຮອດການກະທຳ, ນັບແຕ່ວຽກນ້ອຍຫາວຽກໃຫຍ່. ພິເສດແມ່ນເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຄຸນນະທາດ, ຄຸນສົມບັດແບບແຜນການດຳລົງຊີວິດໃນການປະຕິບັດພາລະໜ້າທີ່ຄວາມຮັບຜິດຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ