ເສີມຂະຫຍາຍມູນເຊື້ອວັດທະນະທຳບັນດາຊົນເຜົ່າໃນການສ້າງສະພາບແວດລ້ອມວັດທະນະທຳ

(VOVWORLD) -ມີນັກວິທະຍາສາດ, ນັກຄົ້ນຄວ້າວັດທະນະທຳຫຼາຍທ່ານໄດ້ປະກອບຄຳເຫັນ, ສຸມໃສ່ບາງເນື້ອໃນຄື ການສີມຂະຫຍາຍມູນເຊື້ອວັດທະນະທຳສ້າງສະພາບແວດລ້ອມວັດທະນະທຳ ປະກອບສ່ວນເຂົ້າໃນການສ້າງຄຸນຄ່າວັດທະນະທຳ
ເສີມຂະຫຍາຍມູນເຊື້ອວັດທະນະທຳບັນດາຊົນເຜົ່າໃນການສ້າງສະພາບແວດລ້ອມວັດທະນະທຳ - ảnh 1 ທີ່ເວທີປາໄສ
(ພາບ: TH/TTXVN)

ວັນທີ 18 ເມສາ, ເວທີປາໄສວັດທະນະທຳດ້ວຍຫົວຂໍ້ “ເສີມຂະຫຍາຍມູນເຊື້ອວັດທະນະທຳບັນດາຊົນເຜົ່າໃນການສ້າງສະພາບແວດລ້ອມວັດທະນະທຳ” ໄດ້ດຳເນີນຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ (ເທດສະບານ ເຊີນໄຕ- ຮ່າໂນ້ຍ).

        ທີ່ເວທີປາໄສ, ມີນັກວິທະຍາສາດ, ນັກຄົ້ນຄວ້າວັດທະນະທຳຫຼາຍທ່ານໄດ້ປະກອບຄຳເຫັນ, ສຸມໃສ່ບາງເນື້ອໃນຄື ການສີມຂະຫຍາຍມູນເຊື້ອວັດທະນະທຳສ້າງສະພາບແວດລ້ອມວັດທະນະທຳ ປະກອບສ່ວນເຂົ້າໃນການສ້າງຄຸນຄ່າວັດທະນະທຳ, ຊາວ ຫວຽດນາມ ຕອບສະໜອງຄວາມຮຽກຮ້ອງພັດທະນາຂອງປະເທດຊາດ; ສະພາບແວດລ້ອມວັດທະນະທຳຊົນເຜົ່າໃນການສ້າງສະພາບແວດລ້ອມວັດທະນະທຳໃນປະຈຸບັນ. ບັນດາຄຳເຫັນ, ບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາໄດ້ຊີ້ແຈ້ງຈຸດທີ່ດີງາມຂອງວັດທະນະທຳຊົນເຜົ່າ, ຄວາມສຳຄັນຂອງວັດທະນະທຳຊົນເຜົ່າໃນວິວັດການສ້າງສະພາບແວດລ້ອມແຫ່ງວັດທະນະທຳໃນປະຈຸບັນ.

        ຫວຽດນາມ ມີ 54 ຊົນເຜົ່າ. ແຕ່ລະຊົນເຜົົ່າມີມູນເຊື້ອວັດທະນະທຳທີ່ເປັນເອກະລັກສະເພາະ ແຕ່ມີຄຸນຄ່າເປັນເອກະພາບ, ຈຸດຄ້າຍຄືກັນຫຼາຍຢ່າງເພື່ອກາຍເປັນວັດທະນະທຳລວມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ