ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ຄວາມ​ສາ​ມາດ​ປະ​ດິດ​ຄິດ​ສ້າງ, ມີ​ໄຫວ​ພິບ​ເພື່ອ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ

(VOVWORLD) -ທ່ານ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ຊີ້ແຈ້ງວ່າ ວິສາຫະກິດ, ນັກທຸລະກິດ ຫວຽດນາມ ບໍ່ພຽງແຕ່ຕ້ອງຍົກສູງຄວາມສາມາດໃນການແກ້ງແຍ້ງພາຍໃນປະເທດເທົ່ານັ້ນ, ຫາກຍັງຕ້ອງບືນຕົວຂຶ້ນອອກສູ່ລະດັບພາກພື້ນ ແລະ ສາກົນ ອີກດ້ວຍ
ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ຄວາມ​ສາ​ມາດ​ປະ​ດິດ​ຄິດ​ສ້າງ, ມີ​ໄຫວ​ພິບ​ເພື່ອ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ - ảnh 1ທ່ານ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: nhandan.vn)

ຕອນບ່າຍວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການເຮັດວຽກ ກັບຜູ້ຕາງໜ້າຖັນແຖວນັກທຸລະກິດ, ວົງຄະນະຍາດວິສາຫະກິດ ກ່ຽວກັບການຜັນຂະຫຍາຍການປະຕິບັດມະຕິຂອງກົມການເມືອງ ກ່ຽວກັບການກໍ່ສ້າງ ແລະ ເສີມຂະຫຍາຍບົດບາດຂອງຖັນແຖວນັກທຸລະກິດ ຫວຽດນາມ ໃນໄລຍະຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ທ່ານ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ຊີ້ແຈ້ງວ່າ ວິສາຫະກິດ, ນັກທຸລະກິດ ຫວຽດນາມ ບໍ່ພຽງແຕ່ຕ້ອງຍົກສູງຄວາມສາມາດໃນການແກ້ງແຍ້ງພາຍໃນປະເທດເທົ່ານັ້ນ, ຫາກຍັງຕ້ອງບືນຕົວຂຶ້ນອອກສູ່ລະດັບພາກພື້ນ ແລະ ສາກົນ ອີກດ້ວຍ. ຕ້ອງເສີມຂະຫຍາຍລັກສະນະເປັນເຈົ້າການ, ຄວາມສາມາດປະດິດຄິດສ້າງ, ມີໄຫວພິບກ່ວາອີກ ເພື່ອບໍ່ພຽງແຕ່ພັດທະນາວິສາຫະກິດໂດຍຕົນເປັນເຈົ້າຂອງເທົ່ານັ້ນ ຫາກຍັງເພີ່ມທະວີການຮ່ວມມື, ເຊື່ອມຕໍ່ເຊິ່ງກັນແລະກັນ ເພື່ອສ້າງກຳລັງແຮງສັງລວມ, ຍົກສູງທີ່ຕັ້ງຂອງວິສາຫະກິດ  ຫວຽດນາມເພື່ອເຂົ້າຮ່ວມລະບົບມູນຄ່າໃນພາກພື້ນ ແລະ ທົ່ວໂລກ ຢ່າງເລິກເຊິ່ງກ່ວາອີກ. ທ່ານເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ກໍ່ສະເໜີໃຫ້ ຜູ້ຕາງໜ້າບັນດາສະຫະສະມາຄົມ ວິສາຫະກິດ, ວິສາຫະກິດ ສະເໜີບັນດາເປົ້າໝາຍ, ໜ້າທີ່ ແລະ ມາດຕະການ ເພື່ອສ້າງ ແລະ ເສີມຂະຫຍາຍບົດບາດຂອງຖັນແຖວນັກທຸລະກິດຈົນຮອດປີ 2030, ວິໄສທັດຮອດປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ