ເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຊື່ອມຕໍ່ບັນດາທ້ອງຖິ່ນ, ປະກອບສ່ວນສ້າງສາປະເທດຊາດ

(VOVWORLD) - ກອງປະຊຸມມີ 3 ວາລະໂອ້ລົມສົນທະນາຫົວເລື່ອງສະເພາະ, ສຸມໃສ່ບັນດາຫົວຂໍ້, ຄື: “ການລົງທຶນສີຂຽວ”, “ພັດທະນາແຫຼ່ງຊັບພະນາກອນມະນຸດທີ່ມີຄຸນນະພາບສູງ”, “ພັດທະນາລະບົບສະໜອງ”.
ເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຊື່ອມຕໍ່ບັນດາທ້ອງຖິ່ນ, ປະກອບສ່ວນສ້າງສາປະເທດຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ
(ພາບ: ແກງຕຽວ)

        ວັນທີ 27 ທັນວາ, ຢູ່ນະຄອນ ຫາຍຟ່ອງ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດກອງປະຊຸມ “ເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ເຊື່ອມຕໍ່ທ້ອງຖິ່ນ ແລະ ວິສາຫະກິດ”.

        ກອງປະຊຸມມີ 3 ວາລະໂອ້ລົມສົນທະນາຫົວເລື່ອງສະເພາະ, ສຸມໃສ່ບັນດາຫົວຂໍ້, ຄື: “ການລົງທຶນສີຂຽວ”, “ພັດທະນາແຫຼ່ງຊັບພະນາກອນມະນຸດທີ່ມີຄຸນນະພາບສູງ”, “ພັດທະນາລະບົບສະໜອງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ, ເຊື່ອໝັ້ນວ່າ, ກອງປະຊຸມຄັ້ງນີ້ຈະຊຸກຍູ້ຫຼາຍລາຍການ, ໂຄງການຮ່ວມມືໃຫ້ບັນລຸປະສິດທິຜົນລະຫວ່າງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບວິສາຫະກິດພາຍໃນປະເທດ.

        “ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດຕ້ອງຮັບຮູ້, ຮັບເອົາບັນດາຄຳເຫັນປະກອບທີ່ສຸດຈິດສຸດໃຈຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ດ້ວຍຈຸດປະສົງສູງສຸດແມ່ນເສີມຂະຫຍາຍແຫຼ່ງກຳລັງຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າໃນພາລະກິດແຫ່ງການສ້າງສາປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນ ຫວຽດນາມ ມີຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກ”.

        ໃນຂອບເຂດກອງປະຊຸມ, ບັນດາສະມາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາສະມາຄົມວິສາຫະກິດທ້ອງຖິ່ນໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນໄລຍະຈະມາເຖິງຈຳນວນໜຶ່ງ.

ຕາມຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແລ້ວ, ປະຈຸບັນມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດຢູ່ຕ່າງປະເທດປະມານ 6 ລ້ານຄົນ, ຢູ່ກວ່າ 130 ປະເທດ ແລະ ເຂດແຄວ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ