ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ເຊື່ອມ​ຕໍ່​ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ

(VOVWORLD) - ໃນຜົນການພັດທະນາເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ລ້ວນແຕ່ມີການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ເຊິ່ງເປັນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້.
ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ເຊື່ອມ​ຕໍ່​ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ - ảnh 1ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນໃນການຖະແຫຼງຂ່າວ (ພາບ: ປະທານຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ)

ກອງປະຊຸມ “ເສີມຂະຫຍາຍແຫຼ່ງກຳລັງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ເຊື່ອມຕໍ່ທ້ອງຖິ່ນ ແລະ ວິສາຫະກິດ” ຈະດຳເນີນຢູ່ນະຄອນ ຫາຍຟ່ອງ ໃນລະຫວ່າງວັນທີ 26 – 28 ທັນວາ. ກອງປະຊຸມໂດຍຄະນະກຳມະການລັດ ກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ (ກະຊວງປ້ອງກັນປະເທດ) ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດຂຶ້ນ. ໃນການຖະແຫຼງຂ່າວທີ່ດຳເນີນໃນວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃຫ້ຮູ້ວ່າ ໃນຜົນການພັດທະນາເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ລ້ວນແຕ່ມີການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ເຊິ່ງເປັນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້.

        “ກອງປະຊຸມແມ່ນເວທີປາໄສດຶງດູດ, ເສີມຂະຫຍາຍການປະກອບສ່ວນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕໍ່ການພັດທະນາຂອງປະເທດຊາດ, ຂອງທ້ອງຖິ່ນ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ… ນີ້ແມ່ນໂອກາດເພື່ອໃຫ້ທ້ອງຖິ່ນ, ອົງການຕ່າງໆຂອງ ຫວຽດນາມ, ສາມາດຊອກຮູ້, ກຳແໜ້ນຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນ ກໍຄືບັນດາຄຳເຫັນປະກອບກ່ຽວກັບນະໂຍບາຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ”.

        ຄາດວ່າ, ມີຜູ້ແທນນັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ປັນຍາຊົນ, ນັກທຸລະກິດ, ຜູ້ທີມີອິດທິຜົນຊື່ສຽງ, ໄວໜຸ່ມເຊື້ອຊາດ ຫວຽດ ນັບຮ້ອຍທ່ານ ທີ່ມາຈາກບັນດາປະເທດໃນໂລກ; ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ພາຍໃນຕ່າງປະເທດ; ຜູ້ຕາງໜ້າບັນດາວິສາຫະກິດ, ນັກຊ່ຽວຊານ ແລະ ນັກຮຽນຮູ້ຢູ່ປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ