ເຫ​ດ​ກໍ່ການ​ຮ້າຍ ຢູ່ ມົດ​ສະ​ກູ: ລັດ​ເຊຍ​ ໃຫ້​ຄວາມ​ສົນ​ໃຈ ​ເຖິງຜູ້​ບົ່ງ​ການ​ແລະ ເນັ້ນ​ໜັກ​ວ່າ​ການ​ຮ່ວມ​ມື​ສາ​ກົນ​ແມ່ນ​ຈຳ​ເປັນ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກນີ້, ລັດເຊຍ ໄດ້ສະແດງໃຫ້ເຫັນແບບຢ່າງກ່ຽວກັບຄວາມສາມັກຄີ, ການສະໜິດຕິດພັນ ແລະການໜູນຊ່ວຍເຊິ່ງກັນແລະກັນຢ່າງແທ້ຈິງ.

ວັນທີ 25 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການໄດ້ຮັບການປະຕິບັດພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍ ຢູ່ ໂຮງລະຄອນ Crocus City Hall ຢູ່ມົດສະກູ ໃນວັນທີ 22 ມີນາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກນີ້, ລັດເຊຍ ໄດ້ສະແດງໃຫ້ເຫັນແບບຢ່າງກ່ຽວກັບຄວາມສາມັກຄີ, ການສະໜິດຕິດພັນ ແລະການໜູນຊ່ວຍເຊິ່ງກັນແລະກັນຢ່າງແທ້ຈິງ. ທ່ານຮຽກຮ້ອງການສືບສວນຕ້ອງໄດ້ຮັບການປະຕິບັດແບບເປັນມືອາຊີບທີ່ສຸດ, ພາວະວິໄສທີ່ສຸດ, ໂດຍບໍ່ມີບໍ່ວ່າອະຄະຕິດ້ານການເມືອງໃດ. ທ່ານປະທານາທິບໍດີ Vladimir Putin ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ລັດເຊຍ ໃຫ້ຄວາມສົນໃຈວ່າ ໃຜແມ່ນຜູ້ບົ່ງການຢ່າງແທ້ຈິງ.

ທີ່ກອງປະຊຸມ, ທ່ານ Bastrykin ປະທານຄະນະກຳມະການສືບສວນສະຫະພັນ ລັດເຊຍ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດຕື່ມອີກ 2 ຄົນຢູ່ໂຮງໝໍ, ອັນໄດ້ຍົກຍອດຈຳນວນຜູ້ເສຍຊີວິດໃນເຫດບຸກໂຈມຕີກໍ່ການຮ້າຍນີ້ຂຶ້ນເຖິງ 139 ຄົນ; ຜູ້ໄດ້ຮັບບາດເຈັບ 182 ຄົນ. ແລະກໍ່ໃນວັນດຽວກັນ, ລັດເຊຍໄດ້ກັກຕົວຕື່ມອີກ 1 ເປົ້າໝາຍໃນເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວ.

ໃນຂະນະນັ້ນ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເນັ້ນໜັກວ່າການຮ່ວມມືສາກົນແມ່ນສິ່ງຈຳເປັນໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ ແຕ່ວິວັດການໂອ້ລົມສົນທະນາກ່ຽວກັບບັນຫານີ້ພວມຖືກຂາດວັກຂາດຕອນ ຍ້ອນຄວາມເຄັ່ງຕຶງ ທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວໂລກ. ທ່ານ ໃຫ້ຮູ້ວ່າ ບັນດາອົງການປະຕິບັດໜ້າທີ່ພິເສດຂອງ ລັດເຊຍ ພວມປະຕິບັດວຽກງານທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີກໍ່ການຮ້າຍຢູ່ໂຮງລະຄອນ Crocus City Hall ຢ່າງເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ