ເຫດ​ກ່ຳ​ປັ່ນ​ຫຼົ້ມ​ຢູ່​ນອກ​ຝັ່ງ​ທະ​ເລ Tunisia ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 57 ຄົນ

(VOVWORLD) -  ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 57 ຄົນ ໃນເຫດກ່ຳປັ່ນຫຼົ້ມໃນຂະນະທີ່ພວມຫາວິທີ ເດີນຈາກ ລີບີ ຂ້າມ ເມດີເຕຣາເນ ເພື່ອໄປຍັງ ອີຕາລີ.
ເຫດ​ກ່ຳ​ປັ່ນ​ຫຼົ້ມ​ຢູ່​ນອກ​ຝັ່ງ​ທະ​ເລ Tunisia ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 57 ຄົນ - ảnh 1ເຫດການດັ່ງກ່າວເກີດຂຶ້ນຢູ່ນອກຝັ່ງທະເລ Tunisia (ພາບ: AFP/TTXVN)

 ມີ 33 ຄົນໂຊກດີລອດຊີວິດມາໄດ້ ພາຍຫຼັງທີ່ຈັບໃສ່ເຄື່ອງເຈາະນ້ຳມັນຢູ່ເຂດຝັ່ງທະເລທາງທິດໃຕ້ Tunisia. ໃນນັ້ນສ່ວນຫຼາຍແມ່ນຊາວ ບັງກະເລເທດ. ເຫດການດັ່ງກ່າວເກີດຂຶ້ນຢູ່ນອກຝັ່ງທະເລນະຄອນຫຼວງ Tunis ຂອງປະເທດນີ້.

        ຫຼາຍເຫດການກ່ຳປັ່ນຫຼົ້ມຖືກເກີດຂຶ້ນຢູ່ເຂດດັ່ງກ່າວໃນຊຸມອາທິດມໍ່ໆມານີ້, ໃນສະພາບການທີ່ເພີ່ມທະວີກ່ຳປັ່ນຂົນສົ່ງຊາວອົບພະຍົບ ຂ້າມທະເລຈາກ Tunisia  ແລະ ລີບີ ໄປຍັງ ອີຕາລີ ໃນຂະນະທີ່ດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ບັນດາກ່ຳປັ່ນເຫຼົ່ານັ້ນ ສ່ວນຫຼາຍແມ່ນຂົນສົ່ງຜູ້ອົບພະຍົບເກີນຂອບເຂດບັນຈຸ, ເດີນທາງໃນຕອນກາງຄືນ, ນັບທັງເວລາທີ່ດິນຟ້າອາກາດບໍ່ອຳນວຍຄວາມສະດວກ ເພື່ອຫຼີກລ້ຽງກຳລັງປ້ອງກັນຝັ່ງທະເລຄົ້ນພົບ ແລະ ໄດ້ຮັບຖືວ່າ ນີ້ແມ່ນບັນຫາສາຍເຫດທີ່ກໍ່ໃຫ້ເກີດເຫດກ່ຳປັ່ນຫຼົ້ມເປັນປະຈຳ.


ຕອບກັບ

ຂ່າວ/ບົດ​ອື່ນ