ເຫດຍິງລູກສອນໄຟຂອງສປປ.ເກົາຫຼີ: ສະພາຄວາມໝັ້ນຄົງສປຊດຳເນີນກອງປະຊຸມດ່ວນ

(VOVWORLD) -ພາຍຫຼັງເຫດຍິງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງສປປ.ເກົາຫຼີ ໃນວັນທີ 15 ກັນຍາ, ວົງການເຈົ້າໜ້າທີ່ການທູດໃຫ້ຮູ້ວ່າ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະຈັດກອງປະຊຸມດ່ວນຕາມຄຳສະເໜີຂອງອາເມລິກາ ແລະ ຍີ່ປຸ່ນ.
ເຫດຍິງລູກສອນໄຟຂອງສປປ.ເກົາຫຼີ: ສະພາຄວາມໝັ້ນຄົງສປຊດຳເນີນກອງປະຊຸມດ່ວນ - ảnh 1 (ພາບປະກອບ: YONHAP/TTXVN)

ຄາດວ່າ, ກອງປະຊຸມຈະຖືກດຳເນີນໃນເວລາ 19 ໂມງ (GMT) ຂອງວັນດຽວກັນ.

        ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໃຫ້ຂໍ້ສັງເກດວ່າ, ລູກສອນໄຟເຊິ່ງສປປ.ເກົາຫຼີ ຍິງໃນຕອນເຊົ້າວັນທີ 15 ກັນຍາ ອາດຈະແມ່ນລູກສອນໄຟນຳວິຖີຂ້າມທະວີບ (ICBM) ໂດຍອີງໃສ່ໄລຍະຍິງຂອງລູກສອນໄຟ. ລັດຖະບານຍີ່ປຸ່ນ ໄດ້ຄັດຄ້ານຢ່າງແຮງເຫດຍິງລູກສອນໄຟຂອງສປປ.ເກົາຫຼີ, ຖືນີ້ແມ່ນ “ການກະທຳເກາະຜິດທີ່ບໍ່ສາມາດຍອມຮັບໄດ້”. ສ່ວນທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ກໍ່ກ່າວປະນາມເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງສປປ.ເກົາຫຼີ ທີ່ໄປຜ່ານເຂດນ່ານຟ້າຂອງຍີ່ປຸ່ນ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis ໃຫ້ຮູ້ວ່າ, ວົງການເຈົ້າໜ້າທີ່ຂັ້ນສູງຂອງປະເທດນີ້ໄດ້ດຳເນີນບັນດາການໂອ້ລົມທາງໂທລະສັບພາຍໃນຫຼາຍຄັ້ງ ເພື່ອສົມທົບກັນກະທຳພາຍຫຼັງເຫດຍິງລູກສອນໄຟຂອງສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ