ເຫດບຸກໂຈມຕີກໍ່ການຮ້າຍຢູ່ ຊູແອັດ ເຮັດໃຫ້ 19 ຄົນເສຍຊີວິດ ແລະ ຮັບບາດເຈັບ

ເຫດບຸກໂຈມຕີກໍ່ການຮ້າຍຢູ່ ຊູແອັດ ເຮັດໃຫ້ 19 ຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1
ເຫດບຸກໂຈມຕີກໍ່ການຮ້າຍຢູ່ ຊູແອັດ ເຮັດໃຫ້
19 ຄົນເສຍຊີວິດ ແລະ ຮັບບາດເຈັບ
(ພາບ: Twitter)

(vovworld) - ຕຳຫລວດ ຊູ​ແອັດ ​ໃຫ້​ຮູ້​ວ່າ: ​ໄດ້​ມີ 4 ຄົ​ນ​ເສຍ​ຊີວິດ ​ແລະ 15 ຄົນ​ຮັບ​ບາດ​ເຈັບ​ໃນ​ເຫດ​ລົດ​ບັນທຸກ​ຕຳ​ໃສ່ກຸ່ມ​ຄົນ​ຢູ່​ໃຈກາງ​ນະຄອນຫລວງ Stockholm ​ໃນ​ວັນ​ທີ 07/04. ​ເປົ້າ​ໝາຍ​ໜຶ່ງ​​ໄດ້ຖືກ​ຈັບ​ຕົວ ​ແຕ່​ໂຄສົກ​ຂອງ​ກຳລັງ​ຕຳຫລວດ Stockholm ທ່ານ Lars Bystrom ພັດ​ບໍ່​ຮັບຮອງຂ່າວ​ທີ່​ເວົ້າ​ວ່າ ​ເປົ້າ​ໝາຍນີ້ ​ໄດ້ຍອມຮັບ​ເປັນ​ຜູ້​ໜູນ​ຫລັງ​ເຫດ​ບຸກ​ໂຈມ​ຕີ. ນີ້​ແມ່ນ​ເຫດ​ບຸກ​ໂຈມ​ຕີ​ຄັ້ງ​ລ້າ​ສຸດ ​ໃນ​ບັນດາ​ເຫດ​ບຸກ​ໂຈມ​ຕີດ້ວຍ​ການ​ນຳ​ໃຊ້​ບັນດາ​ພາຫະນະ​ຄົມມະນາຄົມ ທີ່​ເກີດ​ຂຶ້ນ​ຢູ່ ​ເອີ​ລົບ.

        ​ໃນ​ຂະນະ​ນັ້ນ ວັນ​ທີ 07/04 ສະຫະພາບ​ ​ເອີ​ລົບ (ອີ​ຢູ) ​ໄດ້​ສະ​​ແດງ​ຄວາມ​ສາມັກຄີ​ກັບ ຊູ​ແອັດ. ທ່ານ Jean – Claude Juncker ປະທານ​ຄະນະ​ກຳມະການ​ ເອີ​ລົບ (EC) ​ເນັ້ນ​ໜັກ​ວ່າ ​​ໃນ​ບໍ່​ວ່າ​ເຫດ​ບຸກ​ໂຈມ​ຕີ​ໃດໆ ທີ່​ເລັ່ງ​ໃສ່​ປະ​ເທດ​ສະມາຊິກ ອີ​ຢູ ກໍ່​ໄດ້​ຮັບ​ຖື​ວ່າ ການ​ບຸກ​ໂຈມ​ຕີທີ່​ເລັ່ງ​ໃສ່ທຸກ​ບັນດາ​ສະມາຊິກ ອີ​ຢູ .

 

ຕອບກັບ

ຂ່າວ/ບົດ​ອື່ນ