ເຫດວາງລະເບີດ 2 ຄັ້ງຢູ່ ລີບັງ ເຮັດໃຫ້ເກືອບ 400 ເສຍຊີວິດ ແລະ ຮັບບາດເຈັບ

ເຫດວາງລະເບີດ 2 ຄັ້ງຢູ່ ລີບັງ ເຮັດໃຫ້ເກືອບ 400 ເສຍຊີວິດ ແລະ ຮັບບາດເຈັບ - ảnh 1
​ເຫດ​ວາງ​ລະ​ເບີດ 2 ຄັ້ງ ຢູ່​ນະຄອນ​ທ່າ​ກຳ່​ປັນ Tripoli ທາງ​ທິດ​ເໜືອ​ຂອງ ລີ​ບັງ
(ພາບ: Reuters)

(vovworld) – ວັນ​ທີ 23/8, ສຳນັກ​ຂ່າ​ວສານ​ແຫ່ງ​ຊາດ ລີ​ບັງ (NNA) ​ໃຫ້​ຮູ້​ວ່າ: ​ເຫດ​ວາງ​ລະ​ເບີດ 2 ຄັ້ງ ຢູ່​ນະຄອນ​ທ່າ​ກຳ່​ປັນ Tripoli ທາງ​ທິດ​ເໜືອ​ຂອງ ລີ​ບັງ ​ເຮັດ​​ໃຫ້ 27 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 350 ຄ​ົນຮັບ​ບາດ​ເຈັບ. ການວາງ​ລະ​ເບີ​ດ 2 ຄັ້ງ​ດັ່ງກ່າວ​ລ້ວນ​ແຕ່​ເກີດ​ຂຶ້ນ​ຢູ່​ບໍລິ​ເວນ​ໂບດ ອິດສະ​ລາມ 2​ແຫ່ງ, ບ່ອນ​ທີ່​ເຕົ້າ​ໂຮມ​ຊາວ ມຸດ​ສະ​ລິ​ມ ​ໄປພາວະນາ​ໃນ​ວັນ​ສຸກ. ​ແຫຼ່ງຂ່າວ​ຈາກ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ຮູ້​ວ່າ: ຈຳ​ນວນ​ຜູ້​ຖືກ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ຢູ່​ສະຖານ​ທີ່ 2 ​ແຫ່ງ​ດັ່ງກ່າວ​ແມ່ນ​ຫຼາຍ​ພໍ​ສົມຄວນ ​ແລະ ​ຈຳ​ນວນ​ຜູ້​ຖືກ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ ຍັງ​ອາດ​ຈະເພີ່ມ​ຂຶ້ນ​ອີກ.

        ພາຍຫຼັງ​ເຫດການ​ນີ້, ມີ​ຫຼາຍ​ປະ​ເທດ ​ແລະ ອົງກາ​ນຈັດ​ຕັ້ງ​ສາກົນ​ໄດ້​ອອກສຽງ​ກ່າວ​ປະມານ​. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ ​ໄດ້​ກ່າວ​ປະມານ​ຢ່າງຮຸນ​ແຮງ​ເຫດການ​ດັ່ງກ່າວ, ພ້ອມ​ທັງ​ຖື​ວ່າ “ບັນດາ​ພາກສ່ວນ​ຫົວ​ຮຸນ​ແຮງ ​ແລະ ກຸ່ມ Takfiri ​ແມ່ນ​ຕົວ​ການ​ກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ້​ງກັນ​ໃນ​ໝູ່ປະຊາຊົນ ລີ​ບັງ ​ເພື່ອ​ທຳລາຍ​ຄວາມ​ເປັນ​ເອກະ​ພາບ, ສາມັກຄີທົ່ວປວງຊົນຂອງປະເທດນີ້”. ອາເມລິກາ ໄດ້ກ່າວປະມານການວາງລະເບີດ 2 ຄັ້ງຢູ່ ລີ​ບັງ. ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ກໍ່​ໄດ້​ກ່າວ​ປະມານ​ເຫດການ​ນີ້​ຢ່າງ​ຮຸນແຮງ ​ແລະ ຖື​ວ່າຕ້ອງ​ນຳ​ຕົວ​ການ​ຂຶ້ນ​ສານ​ພິ​ພາກ​ສາ.

 

ຂ່າວ/ບົດ​ອື່ນ