ເຫດວາງລະເບີດຢູ່ Pakistan ເຮັດໃຫ້ 25 ຄົນເສຍຊີວິດ ແລະ ຮັບບາດເຈັບ

ເຫດວາງລະເບີດຢູ່ Pakistan ເຮັດໃຫ້ 25 ຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1

ສະຖານທີ່ເກີດເຫດຢູ່ Nowshera. (ພາບ: AP)

(vovworld) - ຢ່າງ​ຫນ້ອຍ​ສຸດກໍ່​ມີ 5 ຄົນ​ເສຍ​ຊີວິດ ​ແລະ 20 ຄົນ​ຖືກ​ບາດ​ເຈັບ​ໃນ​ການວາງ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 28/10 ຢູ່​ນະຄອນຫຼວງ Nowshera, ທີ່​ຂຶ້ນກັບ​ແຂວງ Khyber Pakhthunkhwa, ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ Pakistan. ຕຳຫຼວດ​ທ້ອງ​ຖີ່​ນ​ໃຫ້​ຮູ້​ວ່າ​ເຫດ​ວາງ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ຢູ່​ທາງ​ເຂົ້າ​ວິຫານ Kaka Saheb ​ໃນ​ຂະນະ​ທີ່​ມີ​ຫຼາຍ​ຄົນ​ມາ​ທຳ​ພິທີ Eid - al – Adha ຢູ່​ວິຫານ​ແຫ່ງ​ດັ່ງກ່າວ. ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ອົງການ​ຈັດ​ຕັ້ງ​ໃດໆ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ວາງ​ລະ​ເບີດ​ນີ້​ເທື່ອ, ​ແຕ່​ຕາມ​ແຫຼ່ງຂ່າວ​ຈາກ​ຝ່າຍ​ຕາ​ເວັນ​ຕົກ, ບັນດາ​ມື​ປືນ Taliban ​ແລະ Al Qeada ​ເຄີຍ​ເລືອກ​ເອົາ​ວິຫານ​ແມ່ນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ ຄື​ດັ່ງ​ສ່ວນ​ໜຶ່ງ​ໃນ​ບັ້ນ​ຮົບ​ຄັດຄ້ານ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ Pakistan.

ຂ່າວ/ບົດ​ອື່ນ