ເຫດວາງລະເບີດຢູ່ນອກສຳນັກງານ CPP ຢູ່ແຂວງ Kampong Speu (ກຳປູເຈຍ)

ເຫດວາງລະເບີດຢູ່ນອກສຳນັກງານ CPP ຢູ່ແຂວງ Kampong Speu (ກຳປູເຈຍ) - ảnh 1
ສະພາບການເຄັ່ງຕຶງແກ່ຍາວຢູ່ ກຳປູເຈຍ ພາຍຫຼັງການເລືອກຕັ້ງ
(ພາບ: Getty Images)

(vovworld) –  ວັນ​ທີ 15/8, ຕຳຫຼວດ ກຳປູ​ເຈຍ ຮັບ​ຮູ້​ວ່າ ມີ​ລູກ​ລະ​ເບີດ​ຜະລິດ​ເອງໜ່ວຍໜຶ່ງໄດ້​ລະ​ເບີດ​ຂຶ້ນ​ຢູ່​ພາຍ​ນອກ​ຫ້ອງກາ​ນຂອງ​ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ ຢູ່​ເມືອງ Kong Pisey, ຂຶ້ນ​ກັບ​ແຂ​ວງ Kampong Speu ໃນຕອນ​ຄຳ່​ວັນ​ທີ 14/8, ​ແຕ່​ບໍ່​ມີ​ການ​ລົ້ມ​ຫາຍ​ຕາຍ​ຈາກ​. ຫົວໜ​້າກອງບັນຊາການຕຳຫຼວດ​ເມືອງ Kong Pisey, ທ່ານ Khem Pannara ກຳນົດ​ວ່າ ຈຸດປະສົງ​ຂອງ​ຕົວ​ການ​ແມ່ນ​ກໍ່​ຄວາມ​ສັບສົນ​ວຸ້ນວາຍໃນ​ສັງຄົມ ​ແຕ່​ຕຳຫຼວດ​ບໍ່​ທັນ​ກຳນົດ​ໄດ້​ຊື່​ ແລະ ນາມສະກຸນຂອງ​ຕົວ​ການ ​ແລະ ວຽກ​ງານ​ສືບສວນ​ພວມ​ໄດ້​ຮັບ​ການ​ຜັນຂະຫຍາຍ.

        ນີ້​ແມ່ນ​ເຫດ​ວາງ​ລະ​ເບີດ​ທີ 2 ຢູ່ ກຳ​ປູ​ເຈຍ ພາຍຫຼັງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 28/7 ຜ່ານ​ມາ, ​ໃນ​ນັ້ນ​ພັກ CPP ຂອງ​ນາຍົກລັດຖະມົນຕີ Hun Sen ຍາດ​ໄດ້​ໄຊຊນະ, ​ແຕ່​ພັກ​ກູ​ໄພ (CNRP) ​ໄດ້​ຄັດຄ້ານ​ໝາກຜົນ​ນີ້, ພ້ອມ​ທັງ​ກ່າວ​ຫາ​ມີການ​ລະ​ເມີດຫຼາຍຢ່າງ​ໃນວິວັດ​ການ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ