ເຫດເຮືອບິນ MH17 ຕົກ: 5 ປະເທດຈະພ້ອມກັນອຸປະຖຳບັນດາລະບຽບການຟ້ອງສານອາຍາ

(VOVWORLD) - ລັດຖະບານ ໂຮນລັງ, ອົດສະຕາລີ, ມາເລເຊຍ, ແບນຊິກ ແລະ ຢູແກຼນ, ບັນດາປະເທດມີຜູ້ຕາງໜ້າໃນທິມສືບສວນປະສົມ (JIT), ຈະເຊັນບົດບັນທຶກຊ່ວຍຈຳໂດຍໄວ
ເຫດເຮືອບິນ MH17 ຕົກ: 5 ປະເທດຈະພ້ອມກັນອຸປະຖຳບັນດາລະບຽບການຟ້ອງສານອາຍາ - ảnh 1ທິມສືບສວນປະສົມປະກາດໝາກຜົນແຫ່ງການກວດກາໃນເບື້ອງຕົ້ນ ພາບ: AFP/TTXVN

ເພື່ອພ້ອມກັນອຸປະຖຳການຟ້ອງສານອາຍາກ່ຽວກັບຄວາມຮັບຜິດຊອບຂອງຕົວການທີ່ຍິງເຮືອບິນມີເລກໝາຍ MH17 ຂອງບໍລິສັດການບິນ ມາເລເຊຍ Airlines (MAS) ຕົກເມື່ອເດືອນ ກໍລະກົດ 2014. ກ່ອນໜ້ານັ້ນ, ໃນເດືອນ ກໍລະກົດ ຜ່ານມາ, JIT ເຫັນດີເປັນເອກະສັນດຳເນີນເຫດການດັ່ງກ່າວ ໃນຂອບເຂດລະບຽບການດ້ານກົດໝາຍອາຍາຂອງ ໂຮນລັງ ຍ້ອນຖືວ່າ: ເລື່ອງດຳເນີນຢູ່ ໂຮນລັງ ແມ່ນວິວັດທະນາການທີ່ມີປະສິດທິຜົນ ແນໃສ່ຮັບປະກັນການອະພິປາຍຄວາມຮັບຜິດຊອບໃຫ້ເໝາະສົມກັບບັນດາມາດຕະຖານສາກົນສູງສຸດ, ແລະ ຍ້ອນວ່າລະບົບນິຕິກຳຂອງ ໂຮນລັງ ມີສິດ ແລະ ປະໂຫຍດໃຫ້ຍາດຕິພີ່ນ້ອງຂອງບັນດາຜູ້ປະສົບເຄາະຮ້າຍດີພໍສົມຄວນ ໃນການຕິດຕາມ ແລະ ເຂົ້າຮ່ວມໃນວິວັດທະນາການດ້ານກົດໝາຍ. ບັນດາອົງການສືບສວນ ຍັງຄົງສືບຕໍ່ຮ່ວມມືໃນໄລຍະທີ່ດຳເນີນຄະດີ.

        ວັນທີ 17 ກໍລະກົດ 2014, ເຮືອບິນ Boeing 777 ໝາຍເລກ MH17 ພວມບິນຈາກ Amsterdam (ໂຮນລັງ) ໄປ Kuala Lumpur (ມາເລເຊຍ) ຂົນສົ່ງຜູ້ໂດຍສານ ແລະ ຈຸບິນ 298 ຄົນຖືກຍິງຕົກໃນເຂດນ່ານຟ້າພາກຕາເວັນອອກຂອງ ຢູແກຼນ .

ຕອບກັບ

ຂ່າວ/ບົດ​ອື່ນ