ເຫດ​ເຮືອ​ບິ​ນ ເອ​ລີ​ກອບ​ເຕີ ຕົກ ຢູ່ ເນ​ປານ: ຜູ້​ໂດຍ​ສານ ແລະ ​ນັກ​ບິນ​ເສຍ​ຊີ​ວິດທັງ​ໝົດ

(VOVWORLD) -    ທັງ 6 ຄົນ, ໃນນັ້ນ ມີຊາວ ເມກຊີໂກ 5 ຄົນ ໄດ້ເສຍຊີວິດໃນເຫດອຸປະຕິເຫດເຮືອບິນເອລີກອບເຕີຕົກຢູ່ເຂດໃກ້ກັບຈອມພູ Everest ຢູ່ ເນປານ, ໃນວັນທີ 11 ກໍລະກົດ.
ເຫດ​ເຮືອ​ບິ​ນ ເອ​ລີ​ກອບ​ເຕີ ຕົກ ຢູ່ ເນ​ປານ: ຜູ້​ໂດຍ​ສານ ແລະ ​ນັກ​ບິນ​ເສຍ​ຊີ​ວິດທັງ​ໝົດ - ảnh 1ອຸປະຕິເຫດເຮືອບິນເອລີກອບເຕີຕົກຢູ່ເຂດໃກ້ກັບຈອມພູ Everest ຢູ່ ເນປານ ໃນວັນທີ 11 ກໍລະກົດ (ພາບ: AFP/TTXVN)

  ເຮືອບິນ ເອລີກອບເຕີ ການຄ້າເອກະຊົນ, ໂດຍບໍລິສັດ Manang Air ບໍລິຫານ, ມັກຂົນສົ່ງແຂກທ່ອງທ່ຽວທີ່ຢາກຊົມທັດສະນີຍະພາບຂອງປະເທດຊາດ ຈາກຍອດພູສູງ, ລວມມີຍອດພູ Everest ເຊິ່ງເປັນຍອດພູສູງສຸດໃນໂລກ. ກ່ອນທີ່ເກີດອຸປັດຕິເຫດດັ່ງກ່າວ, ເຮືອບິນລຳດັ່ງກ່າວໄດ້ເລີ່ມບິນແຕ່ເທດສະບານເມືອງ Surke, ຂຶ້ນກັບເມືອງ Solukhunvhu  ແລ້ວຂາດສັນຍານຕິດຕໍ່ພາຍຫຼັງບິນຂຶ້ນໄດ້ປະມານ 15 ນາທີ. ຫຼັງຈາກນັ້ນ, ຊາວທ້ອງຖິ່ນກໍພົບເຫັນສິ້ນສ່ວນຂອງເຮືອບິນດັ່ງກ່າວ ຕົກຢູ່ບ້ານ Lamjura, ເມືອງ Solukhunvhu./.

ຕອບກັບ

ຂ່າວ/ບົດ​ອື່ນ