ເຫດແຜ່ນ​ດິນ​ໄຫວ​ຢູ່ ຕວັກກີ - ຊີ​ຣີ: ກຳ​ລັງ​ກູ້​ໄພ​ກູ້​ຊີບ​ຂອງຕຳຫຼວດ ຫວຽດ​ນາມ ສົມ​ທົບ​ກັບ​ກຳ​ລັງ​ອື່ນກູ້​​ເອົາຊີ​ວິດ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ທຳ​ອິດ

(VOVWORLD) -ພາຍຫຼັງຊອກຄົ້ນມາເປັນເວລາຫຼາຍຊົ່ວໂມງ ໃນເງື່ອນໄຂອຸນຫະພູມເປັນລົບ ແລະ ສະພາບຖືກພັງພິນາດຢ່າງໜັກໜ່ວງ, ຮອດເວລາ 22 ໂມງຕອນກາງຄືນຂອງວັນດຽວກັນ, ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ສົມທົບກັບກຳລັງກອງທັບ ປາກິດສະຖານ ກູ້ເອົາຊີວິດຫຼານເຍົາວະຊົນ ອາຍຸ ປະມານ 14 ປີ ອອກຈາກບ່ອນອັນຕະລາຍ.
ເຫດແຜ່ນ​ດິນ​ໄຫວ​ຢູ່ ຕວັກກີ - ຊີ​ຣີ: ກຳ​ລັງ​ກູ້​ໄພ​ກູ້​ຊີບ​ຂອງຕຳຫຼວດ  ຫວຽດ​ນາມ ສົມ​ທົບ​ກັບ​ກຳ​ລັງ​ອື່ນກູ້​​ເອົາຊີ​ວິດ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ທຳ​ອິດ - ảnh 1ຄະນະກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ຜັນຂະຫຍາຍວຽກງານກູ້ໄພກູ້ຊີບຢູ່ນະຄອນ Adiyaman, ຕວັກກີ (ພາບ:  TTXVN)

ກະຊວງຕຳຫຼວດ ຫວຽດນາມ ໃຫ້ຂ່າວໃນຕອນເຊົ້າວັນທີ 11 ກຸມພາ - ຕາມເວລາ ຕວັກກີ, ຄະນະກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ເລີ່ມຜັນຂະຫຍາຍວຽກງານກູ້ໄພກູ້ຊີບຢູ່ນະຄອນ Adiyaman  (ຕວັັກກີ), ເຊິ່ງເປັນໜຶ່ງໃນບັນດາແຂວງທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວ ເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ພາກໃຕ້ ຕວັກກີ ແລະ ພາກຕາເວັນຕົກສ່ຽງເໜືອ ຊີຣີ.

ພາຍຫຼັງຊອກຄົ້ນມາເປັນເວລາຫຼາຍຊົ່ວໂມງ ໃນເງື່ອນໄຂອຸນຫະພູມເປັນລົບ ແລະ ສະພາບຖືກພັງພິນາດຢ່າງໜັກໜ່ວງ, ຮອດເວລາ 22 ໂມງຕອນກາງຄືນຂອງວັນດຽວກັນ, ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ສົມທົບກັບກຳລັງກອງທັບ ປາກິດສະຖານ ກູ້ເອົາຊີວິດຫຼານເຍົາວະຊົນ ອາຍຸ ປະມານ 14 ປີ ອອກຈາກບ່ອນອັນຕະລາຍ.

          ໃນເຫດການທີ່ກ່ຽວຂ້ອງ, ສະຖານທູດ ຫວຽດນາມ ພວມສົມທົບກັບກຳລັງເຈົ້າໜ້າທີ່ຂອງປະເທດປະຈຳຖິ່ນ ເພື່ອດຳເນີນລະບຽບການຕ່າງໆ, ກຽມຕ້ອນຮັບພະນັກງານ, ນັກຮົບກະຊວງປ້ອງກັນປະເທດ ຫວຽດນາມ 76 ຄົນ ເດີນທາງມາ ຕວັກກີ ໃນຊຸມວັນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ