ເຫດແຜ່ນດິນໄຫວຢູ່ ມາຣົກ: OIC ຮຽກຮ້ອງເພີ່ມທະວີການໜູນຊ່ວຍວຽກງານ ກູ້ໄພກູ້ຊີບ

(VOVWORLD) - ເຫດແຜ່ນດິນໄຫວດ້ວຍຄວາມແຮງ 6,8 ຣິກເຕີ ເກີດຂຶ້ນໃນຕອນຄ່ຳວັນທີ 8 ກັນຍາ, ໄດ້ທຳລາຍເຮືອນຊານບ້ານຊ່ອງ, ບັນດາໝູ່ບ້ານຢູ່ເຂດພູ Atlas. ນີ້ແມ່ນເຫດແຜ່ນ ດິນໄຫວທີ່ມີຄວາມແຮງສູງທີ່ສຸດ ເຊິ່ງໄດ້ຮັບການຢັ້ງຢືນຢູ່ປະເທດ ອາບຟຣີກາ ເໜືອນີ້.
ເຫດແຜ່ນດິນໄຫວຢູ່ ມາຣົກ: OIC ຮຽກຮ້ອງເພີ່ມທະວີການໜູນຊ່ວຍວຽກງານ ກູ້ໄພກູ້ຊີບ - ảnh 1ກຳລັງກູ້ໄພກູ້ຊີບປະຕິບັດວຽກງານໃນວັນທີ 9 ກັນຍາ
(ພາບ: AFP/TTXVN)

ວັນທີ 10 ກັນຍາ, ທ່ານ Hissein Brahim Taha, ເລຂາທິການໃຫຍ່ອົງການຮ່ວມມື ອິດສະລາມ (OIC) ໄດ້ຮຽກຮ້ອງບັນດາປະເທດສະມາຊິກ, ບັນດາອົງການມະນຸດສະທຳ ແລະ ປະຊາຄົມສາກົນ ໜູນຊ່ວຍວຽກງານຊ່ວຍບັນເທົາທຸກແກ່ບັນດາຜູ້ປະສົບເຄາະຮ້າຍ ທ່ີຖືກຜົນ ສະທ້ອນຈາກເຫດແຜ່ນດິນໄຫວຢູ່ມາຣົກ.

        ເຫດແຜ່ນດິນໄຫວດ້ວຍຄວາມແຮງ 6,8 ຣິກເຕີ ເກີດຂຶ້ນໃນຕອນຄ່ຳວັນທີ 8 ກັນຍາ, ໄດ້ທຳລາຍເຮືອນຊານບ້ານຊ່ອງ, ບັນດາໝູ່ບ້ານຢູ່ເຂດພູ Atlas. ນີ້ແມ່ນເຫດແຜ່ນ ດິນໄຫວທີ່ມີຄວາມແຮງສູງທີ່ສຸດ ເຊິ່ງໄດ້ຮັບການຢັ້ງຢືນຢູ່ປະເທດ ອາບຟຣີກາ ເໜືອນີ້. ຕາມຕົວເລກສະຖິຕິຂອງກະຊວງພາຍໃນ ມາຣົກ ແລ້ວ, ມີກ່ວາ 2.000 ຄົນເສຍຊີວິດ ແລະ ອີກນັັບພັນຄົນຖືກບາດເຈັບພາຍຫຼັງເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ຫ່າງຈາກນະຄອນທ່ອງ ທ່ຽວ Marrakes ໄປທາງທິດຕາເວັນຕົກສ່ຽງເໜືອ ກ່ວາ 70 ກມ. ປະຈຸບັນ, ບັນດາກຳລັງ ກູ້ໄພກູ້ຊີບຂອງ ມາຣົກ ພວມຮີບເຮັ່ງ ຊອກຫາບັນດາຜູ້ທີ່ຍັງຕິດຄ້າງ ໃນຊາກຫັກພັງນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ