ເຫດແຜ່ນດິນໄຫວຢູ່ ມາຣົກ: ຈຳນວນຜູ້ຖືກບາດເຈັບລົ້ມຕາຍເພີ່ມຂຶ້ນແຮງເຖິງ​ເກືອບ 1000 ຄົນ

(VOVWORLD) - ສູນຄົ້ນຄ້ວາວິທະຍາສາດໜ່ວຍໂລກຂອງ ເຢຍລະມັນ (GFZ) ປະກາດວ່າ ເຫດແຜ່ນດິນໄຫວມີຄວາມແຮງ 7,0 ຣິດເຕີ ເຮັດໃຫ້ ມາຣົກ ສັ່ນສະເທືອນໃນເວລາ 22 ໂມງ 10 ນາທີ GMT ໃນຕອນຄ່ຳວັນທີ 8 ກັນຍາ (ກົງກັບ 23 ໂມງ 10 ນາທີເວລາ ມາຣົກ).
ເຫດແຜ່ນດິນໄຫວຢູ່ ມາຣົກ: ຈຳນວນຜູ້ຖືກບາດເຈັບລົ້ມຕາຍເພີ່ມຂຶ້ນແຮງເຖິງ​ເກືອບ 1000 ຄົນ - ảnh 1ຕຶກອາຄານຫຼາຍຫຼັງຖືກພັງທະລາຍ
(ພາບ:Al Oula)

ກະຊວງພາຍໃນ ມາຣົກ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 632 ຄົນເສຍຊີວິດ ແລະ 329 ຄົນຖືກຮັບບາດເຈັບໃນເຫດແຜ່ນດິນໄຫວເກີດຂຶ້ນໃນຕອນຄຳ່ວັນທີ 8 ກັນຍາ ຢູ່ປະເທດນີ້. ບັນດາຜູ້ຖືກຮັບບາດເຈັບໄດ້ສົ່ງເຖິງໂຮງໝໍເພື່ອປິ່ນປົວແລ້ວ.

        ສູນຄົ້ນຄ້ວາວິທະຍາສາດໜ່ວຍໂລກຂອງ ເຢຍລະມັນ (GFZ) ປະກາດວ່າ ເຫດແຜ່ນດິນໄຫວມີຄວາມແຮງ 7,0 ຣິດເຕີ ເຮັດໃຫ້ ມາຣົກ ສັ່ນສະເທືອນໃນເວລາ 22 ໂມງ 10 ນາທີ GMT ໃນຕອນຄ່ຳວັນທີ 8 ກັນຍາ (ກົງກັບ 23 ໂມງ 10 ນາທີເວລາ ມາຣົກ). ຕາມບັນດາຕົວພະຍານຫຼັກຖານແລ້ວ, ເຫດແຜ່ນດິນໄຫວໄດ້ເຮັດໃຫ້ຕຶກອາຄານຫຼາຍແຫ່ງຖືກສັ່ນສະເທືອນຢູ່ຫຼາຍນະຄອນ, ເຮັດໃຫ້ຫຼາຍຄົນຢ້ານກົວອອກສູ່ກາງຖະໜົນ. ຢູ່ Marrakech, ນະຄອນໃຫຍ່ນອນຢູ່ໃກ້ສຸດກັບຈຸດໃຈກາງຂອງແຜ່ນດິນໄຫວ ແລະ ອົງການ UNESCO ຮັບຮູ້ເປັນມໍລະດົກວັດທະນະທຳໂລກ, ຕຶກອາຄານຫຼາຍຫຼັງໄດ້ພັງທະລາຍ. ບັນດາຜູ້ຖືກເສຍຊີວິດໃນເຫດການນີ້ສ່ວນຫຼາຍແມ່ນອາໄສຢູ່ເຂດພູດອຍ ຍາກທີ່ຈະເຂົ້າເຖິງໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ