ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ໄ​ຕ້​ຫວັນ (ຈີນ): ບໍ່​ມີ​ຂໍ້​ມູນ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ຖືກ​ບາດ​ເຈັບ ແລະ ເສຍ​ຊີ​ວິດ

(VOVWORLD) - ໄລ່ຮອດທ້າຍເດືອນທັນວາ ປີ 2023 ມີຊາວຫວຽດນາມ ກ່ວາ 260.000 ຄົນທີ່ ພວມເຮັດວຽກຢູ່ ໄຕ້ຫວັນ (ຈີນ), ກວມເອົາ 34,94% ຈຳນວນແຮງງານຊາວຕ່າງປະເທດ ພວມເຮັດວຽກ ຢູ່ໄຕຫວັນ (ຈີນ)
ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ໄ​ຕ້​ຫວັນ (ຈີນ): ບໍ່​ມີ​ຂໍ້​ມູນ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ຖືກ​ບາດ​ເຈັບ ແລະ ເສຍ​ຊີ​ວິດ - ảnh 1ພາບປະກອບ: AFP/TTXVN

ວັນທີ 4 ເມສາ, ຫ້ອງການເສດຖະກິດ - ວັດທະນະທຳ ຫວຽດນາມ ປະຈຳ ໄທເປ (ໄຕ້ຫວັນ, ຈີນ) ໃຫ້ຮູ້ວ່າ ມາຮອດປັດຈຸບັນ ຫ້ອງການຍັງບໍ່ທັນໄດ້ຮັບຂ່າວຄາວ ໃດກ່ຽວກັບຊາວຫວຽດນາມທີ່ ຖືກບາດເຈັບ ຫຼື ເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 3 ເມສາ ຢູ່ ໄຕ້ຫວັນ.

ຕາມການສະຖິຕິຂອງ ອົງການແຮງງານ ໄຕ້ຫວັນ (ຈີນ) ແລ້ວ, ໄລ່ຮອດທ້າຍເດືອນທັນວາ ປີ 2023 ມີຊາວຫວຽດນາມ ກ່ວາ 260.000 ຄົນທີ່ ພວມເຮັດວຽກຢູ່ ໄຕ້ຫວັນ (ຈີນ), ກວມເອົາ 34,94% ຈຳນວນແຮງງານຊາວຕ່າງປະເທດ ພວມເຮັດວຽກ ຢູ່ໄຕຫວັນ (ຈີນ), ໃນນັ້ນ ແຮງງານ ຫວຽດນາມ ເຮັດວຽກຢູ່ ຫົວຫຼຽນ ໄລ່ຮອດທ້າຍເດືອນກຸມພາ ປີ 2024 ແມ່ນ 854 ຄົນ. ນອກຈາກນັ້ນ, ກໍ່ມີນັກສຶກສາ ຫວຽດນາມ ກ່ວາ 100 ຄົນ ທີ່ພວມຮ່ຳຮຽນຂັ້ນປະລິນຍາຕີ ແລະ ຂັ້ນຫຼັງມະຫາຢູ່ ຫົວຫຼຽນ. ຂໍ້ມູນທີ່ໄດ້ຮັບການແບ່ງປັນຈາກບັນດາສະມາຄົມນັກສຶກສາ ຫວຽດນາມ ຢູ່ ຫົວຫຼຽນ ໃຫ້ຮູ້ວ່າ ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດຍ້ອນເຫດແຜ່ນດິນໄຫວ ເຮັດໃຫ້ ວັດຖຸອຸປະກອນຕ່າງໆ ເປ່ເພແຕ່ຈິດໃຈຂອງນັກສຶກສາ ຫວຽດນາມ ກໍ່ພວມຄ່ອຍໆກັບຄືນສູ່ປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ