ເຫດໄຟໄໝ້ ໂບດ Notre Dame ຢູ່ ປາຣີ: ການນໍາຫຼາຍປະເທດໃນໂລກ ແບ່ງເບົາຄວາມໂສກເສົ້າເສຍດາຍກັບ ຝລັ່ງ

(VOVWORLD) -  ທ່ານປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ປະເທດຝລັ່ງຈະກໍ່ສ້າງໂບດແຫ່ງນີ້ຄືນໃໝ່່

ໃນເວລາ 18 ໂມງ 50 ນາທີ ຂອງວັນທີ 15 ເມສາ ຕາມເວລາທ້ອງຖິ່ນ ໄດ້ເກີດເຫດໄຟໄໝ້ໂບດ Notre Dame ຢູ່ນະຄອນຫຼວງ ປາຣີ ປະເທດ ຝລັ່ງ. ຕາມແຫຼ່ງຂ່າວຈາກກໍາລັງກູ້ໄພກູ້ຊີບ ແລ້ວ, 2/3 ເນື້ອທີ່ຂອງໂບດ Notre Dame ຖືກເຜົາໄໝ້, ເຖິງຢ່າງໃດກໍຕາມ ຍັງຮັກສາໄດ້ຂອບໂຄງປະກອບຫຼັກ ແລະ ທາງໜ້າຂອງໂບດແຫ່ງດັ່ງກ່າວ. ໄລ່ມາຮອດປັດຈຸບັນ, ຍັງບໍ່ທັນຮັບຮູ້ມີສາມັນຊົນ ແລະ ແຂກທ່ອງທ່ຽວຜູ້ໃດຖືກຮັບບາດເຈັບເທື່ອ,  ແຕ່ມີທະຫານດັບເພີງຖືກຮັບບາດເຈັບຢ່າງສາຫັດໃນຂະນະປະຕິບັດໜ້າທີ່.

ເຫດໄຟໄໝ້ ໂບດ Notre Dame ຢູ່ ປາຣີ: ການນໍາຫຼາຍປະເທດໃນໂລກ ແບ່ງເບົາຄວາມໂສກເສົ້າເສຍດາຍກັບ ຝລັ່ງ - ảnh 12/3 ເນື້ອທີ່ຂອງໂບດ Notre Dame ຖືກເຜົາໄໝ້  (ພາບ:Getty)

        ທ່ານປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ປະເທດຝລັ່ງຈະກໍ່ສ້າງໂບດແຫ່ງນີ້ຄືນໃໝ່່ ແລະ ຮຽກຮ້ອງບັນດານັກສະຖາປະນິກ, ບຸກຄົນຜູ້ມີຄວາມເກັ່ງກ້າສາມາດທີ່ສຸດທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອບູລະນະກິດຈະກໍານີ້.

        ຕໍ່ໜ້າເຫດການດັ່ງກ່າວ, ການນໍາຫຼາຍປະເທດໃນໂລກ ໄດ້ສະແດງຄວາມໂສກເສົ້າເສຍດາຍ ເພາະວ່າ ກິດຈະກໍາມີອາຍຸນັບຮ້ອຍປີນີ້ ໄດ້ຝັງເລິກເຂົ້າໃນຄວາມຊົງຈໍາຂອງທຸກໆຄົນ ເມື່ອຮູ້ຈັກເຖິງພື້ນຖານວັດທະນະທໍາ ຝລັ່ງເວົ້າສະເພາະ ແລະ ເອີີຣົບເວົ້າລວມ.  ໂດຍໄດ້ຮັບຖືວ່າ ແມ່ນໂບດ Notre Dame ຂອງທົ່ວເອີຣົບ,  ແມ່ນມໍລະດົກຂອງມວນມະນຸດ, ແມ່ນແຫຼ່ງບັນດານໃຈຂອງນັກປະພັນ, ນັກຈິດຕະກອນ, ນັກປັດຊະຍາ ແລະ ແຂກທ່ອງທ່ຽວໃນທົ່ວໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ