ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດສະເຫຼີມ ສະຫຼອງ 50 ປີແຫ່ງວັນມູນເຊື້ອ

ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດສະເຫຼີມ ສະຫຼອງ 50 ປີແຫ່ງວັນມູນເຊື້ອ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຫຼຽນ​ກາ​ດາວ​ຄຳ​
ໃຫ້​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ - ​ກອງທັບ​ອາກາດ)


(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ - ​ກອງ​ທັບ​ອາກາດ ​ໄດ້ຖືກຈັດ​ຕັ້ງ​ຂຶ້ນຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 18/10, ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະທີ​ນີ້, ທ່ານ​ປະ​ທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​ວ່າ: ​ໃນ​ໄລ​ຍະ​ປະຈຸ​ບັນ, ການ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ ສສ ຫວຽດນາມ ​ແມ່ນ 2 ໜ້າ​ທີ່​ຍຸດ​ທະ​ສາດ. ​ໃນ​ສະພາບ​ການ​ໂລກ ​ແລະ​ ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ໜ້າ​ທີ່​ປົກປັກຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ເຂດທະ​ເລ, ໝູ່​ເກາະ, ​ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ແລະ ທົ່ວ​ລະບົບ​ການ​ເມືອງ ​ເຊິ່ງກຳລັງ​ປະກອບ​ອາວຸດ​ປະຊາຊົນ​ແມ່ນ​ແກ່ນສານ, ​ໃນ​ນັ້ນ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ​ - ​ກອງ​ທັບ​ອາກາດ ມີ​ຄວາມ​ເອກອ້າງ​ທະ​ນົງ​​ໃຈ ​ແລະ ຄວາມ​ຮັບຜິດຊອບ​ຢ່າງ​ໃຫຍ່​ຫຼວງ.

    ຕາມ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ​ແລ້ວ, ​ເພື່​ອປະຕິບັດ​ໜ້າ​ທີ່​ອັນ​ໜັກໜ່ວງ​ນີ້ ຕ້ອງ​ສ້າງ​ເຫຼົ່າ​ທັບ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ເປັນກຳລັງ​ຫຼວງ​, ທັນ​ສະ​ໄໝ, ຈົ່ງຮັກ​ພັກດີ​ຕໍ່​ພັກ ​ແລະ ປະ​​ເທດຊາດ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ:

    “​ເພື່ອ​ສືບທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສະ​ຫຼາດ​ສະຫຼຽວ, ມີ​ຫົວຄິດ​ປະດິດ​ສ້າງຂອງ​ລຸ້ນພໍ່, ລຸ້ນອ້າຍ, ຂອງ​ກອງທັບ​ພວກ​ເຮົາ. ​ເຫຼົ່າ​ທັບ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຄົ້ນ​ຄ້ວາ, ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ທັງ​ພຶດຕິ​ກຳ​ 50 ປີ​ແຫ່ງ​ການ​ຕໍ່ຕ້ານຂອງ​ເຫຼົ່າ​ທັບ ​ແລະ ພຶດຕິ​ກຳ​ຂອງ​ສົງຄາມ​ທັນ​ສະ​ໄໝ​ໃນ​ໂລກ. ສ້າງ​ບັນດາ​ວິທີ​ການຮົບສຳລັບແຕ່ລະ​ເປົ້າ​ໝາຍ, ວິທີ​ສົມທົບ​ກັບ​ບັນດາ​ກຳລັງ​ໃນທ່າສະໜາມປ້ອງ​ກັນ​ອາກາດ​ປະຊາຊົນ​ຂອງ​ປະ​ເທດ​ຊາດ. ​ເພີ່ມ​ທະວີ​ວຽກ​ງານ​ຝຶກ​ອົບຮົມຊຶ່ງ​ຕ້ອງ​ໄກ້ຊິດຕິດ​ແທດ​ກັບ​ພຶດຕິ​ກຳ​ການ​ສູ້ຮົບຕົວຈິງ.”

    ​ໂດຍ​ຕາງ​ໜ້າ​ໃຫ້ພັກ, ລັດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຫຼຽນໄຊ​ດາວ​ຄຳ, ​ເຊິ່ງ​ແມ່ນ​ລາງວັນອັນສູງສົ່ງຂອງພັກ, ລັດ ມອບ​ໃຫ້​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ - ​ກອງ​ທັບ​ອາກາດ.

 

ຂ່າວ/ບົດ​ອື່ນ