ເຫຼົ່າທັບເຮືອປະຊາຊົນຫວຽດນາມ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ

ເຫຼົ່າທັບເຮືອປະຊາຊົນຫວຽດນາມ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ - ảnh 1
(ພິທີຮັບ​ນາມມະຍົດ​ກຳລັງ​ປະກອບ​ອາວຸດ​ວິລະ​ຊົນ​ປະຊາຊົນ​ຄັ້ງ​ທີ 2)

​(vovworld) – ຕອນ​ເຊົ້າ​ວັນ​ທີ 02/05, ຢູ່​ທ່າ​ກໍ່າ​ປັ່ນ​ທະຫານ ກາມ​ແຣງ - ​ແຄ໋ງຮ່ວາ, ​ເຫຼົ່າ​ທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫ​ຼີມສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ ​ແລະ ຮັບ​ນາມມະຍົດ​ກຳລັງ​ປະກອບ​ອາວຸດ​ວິລະ​ຊົນ​ປະຊາຊົນ​ຄັ້ງ​ທີ 2 ຢ່າງ​ສົມກຽດ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ; ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ພ້ອມ​ກັບ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ, ພະນັກງານ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງຖີ່​ນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ​ເລຂາ​ຄະນະ​ພັກການ​ທະຫານ​ສູນ​ກາງ​ໄດ້​ຝາກ​ຊໍ່​ດອກ​​ໄມ້​ອວຍພອນ.

        ກ່າວ​ຄຳ​ເຫັນທີ່​ພິທີສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ.

        “ພ້ອມ​ກັບ​ການ​ຍູ້​ແຮງ​ພັດທະນາ​ເສດຖະກິດ​ທະ​ເລ, ຕ້ອງ​ເພີ່ມທະວີ​ຄວາມ​ສາມາດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ບັນດາ​ເຂດ​ທະ​ເລ, ​ໝູ່ເກາະ​ຂອງ​ປະ​ເທດ​ຊາດ, ​ແກ້​ໄຂ​ການ​ພົວພັນລະຫວ່າງ​ເສ​ດຖະກິດ ກັບ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ; ລະຫວ່າງ​ການ​ຂຸດ​ຄົ້ນ ​ແລະ ປົກ​ປັກ​ຮັກສາ​ທະ​ເລ… ​ເປັນ​ຢ່າງ​ດີ. ບົນ​ພື້ນຖານ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທັງ​ລະບົບ​ການ​ເມືອງ, ກຳລັງ​ແຮງຂອງ​ກຸ່ມ​ກ້​ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເຫຼົ່າ​ທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ ​ໄດ້​ສວມ​ບົດບາດ​ສຳຄັນ​ຍິ່ງ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ, ພ້້ອມທັງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢ່າງ​ຍາວ​ນານ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.”

ຂ່າວ/ບົດ​ອື່ນ