ເອກອັກຄະລັດຖະທູດ Qatar ສິ້ນສຸດອາຍຸການ ປະຕິບັດງານຢູ່ຫວຽດນາມ

ເອກອັກຄະລັດຖະທູດ Qatar ສິ້ນສຸດອາຍຸການ ປະຕິບັດງານຢູ່ຫວຽດນາມ - ảnh 1
(ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ)

(vovworld) – ຕອນ​ບ່າຍ​ວັນ​ທີ 09/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ​ໄດ​້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ Quatar, Mohamed Bin Jaber Abdullah Alsulaiti ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນສຸດ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ. ຜ່ານ​ທ່ານ​ເອກ​ອັກຄະ​ລັດຖະທູດ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ຄຳ​ເຊີນ​ເຖິງ​ເຈົ້າກະສັດ Quatar ມາ​ຢ້ຽມຢາມ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເໜ​ີ​ໃຫ້ 2 ປະ​ເທດ ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ, ​ແລກປ່ຽນຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ, Quatar ຈະ​ສະໜັບ​ສະ​ໜູນຫວຽດນາມ ຮັບ​ເຂົ້າ​ເປັນ​ສະມາຊິກຂອງ​ສະພາ​ບໍລິຫານ UNESCO ອາຍຸ​ການ 2015 – 2019, ສະພາ​ເສດ​ຖະກິດ​ສັງຄົມ​ສະຫະ​ປະຊາ​ຊາດ ECOSOC ອາຍຸ​ການ 2016 – 2018 ​ແລະ ສະມາຊິກ​ບໍ່​ປະຈຳ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ອາຍຸ​ການ 2020 – 2021.
ຂ່າວ/ບົດ​ອື່ນ