ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອັດ Ann Mawe: ຫວຽດ​ນາມ ເດີ​ນ​ຖືກ​ທິດ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ

(VOVWORLD) -ທ່ານນາງ Ann Mawe ຕີລາຄາສູງ “ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄລຍະ 2021 - 2030” ຂອງ ຫວຽດນາມ, ພ້ອມທັງສະແດງຄວາມປະທັບໃຈຕໍ່ເປົ້າໝາຍສົ່ງເສີມແມ່ຍິງ ເຮັດ Startup. 
ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອັດ Ann Mawe: ຫວຽດ​ນາມ ເດີ​ນ​ຖືກ​ທິດ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ - ảnh 1ທ່ານນາງເອກອັກຄະລັດຖະທູດ ຊູແອັດປະຈຳຫວຽດນາມ Ann Mawe  (ພາບ: VTCNews)

       ທ່ານນາງເອກອັກຄະລັດຖະທູດ ຊູແອັດປະຈຳຫວຽດນາມ Ann Mawe ຖືວ່າ ຫວຽດນາມ ບັນລຸໄດ້ຜົນງານສຳຄັນໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ກຳລັງໄປຖືກທິດໃນຂົງເຂດນີ້. ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ທ່ານນາງເອກອັກຄະລັດຖະທູດ Ann Mawe ສະແດງຄວາມປະທັບໃຈຕໍ່ຄວາມມານະພະຍາຍາມຫັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ ຫວຽດນາມ ເປັນລະບອບລະບຽບການ.

ທ່ານນາງ Ann Mawe ຕີລາຄາສູງ “ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄລຍະ 2021 - 2030” ຂອງ ຫວຽດນາມ, ພ້ອມທັງສະແດງຄວາມປະທັບໃຈຕໍ່ເປົ້າໝາຍສົ່ງເສີມແມ່ຍິງ ເຮັດ Startup. ຫວຽດນາມ ສູ້ຊົນອັດຕາແມ່ຍິງເປັນຜູ້ອຳນວຍການ ຫຼືເປັນເຈົ້າຂອງວິສາຫະກິດຢ່າງໜ້ອຍສຸດບັນລຸໃຫ້ໄດ້ 27%ໃນປີ 2025 ແລະ 30%ໃນປີ 2030. ຍຸດທະສາດກໍ່ມຸ່ງໄປເຖິງການຫຼຸດຜ່ອນເວລາໃນ ວຽກງານແມ່ບ້ານຂອງແມ່ຍິງເມື່ອທຽບໃສ່ກັບເພດຊາຍ ແມ່ນຫຼຸດລົງ 1,7 ເທົ່າ ໃນປີ 2025 ແລະ 1,4 ເທົ່າໃນປີ 2030, ກໍ່ຄືສົມທົບເນື້ອໃນຄວາມສະເໝີພາບລະຫວ່າງຍິງຊາຍ ເຂົ້າໃນຫຼັກສູດການຮຽນທຸກຂັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ