ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ອີ​ຢູ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່ງ​ລົງ​ໂທດ ລັດ​ເຊຍ

(VOVWORLD) -ວັນທີ 30 ມິຖຸນາ, ກຸ່ມເອກອັກຄະລັດຖະທູດບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີຕໍ່ກຳນົດເວລາບັນດາມາດຕະການລົງໂທດດ້ານເສດຖະກິດໃນວົງກວ້າງ ແນ່ໃສ່ ລັດເຊຍ ເຊິ່ງໄດ້ປະຕິບັດມາແຕ່ປີ 2014 ພາຍຫຼັງທີ່ປະເທດນີ້ໂຮມເຂົ້າແຫຼມ Crimea ຄືນໃໝ່.

  ສຳນັກຂ່າວສານ AFP ຂອງ ຝລັ່ງ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທາງການທູດບາງທ່ານຂອງ ອີຢູ ໂດຍໃຫ້ຮູ້ວ່າ ບັນດາເອກອັກຄະລັດຖະທູດ ໄດ້ເຫັນດີເປັນເອກະພາບ ຕໍ່ກຳນົດເວລາມາດຕະການລົງໂທດ ລັດເຊຍ ຕື່ມອີກ 6 ເດືອນ, ໝາຍຄວາມວ່າຮອດທ້າຍເດືອນ ມັງກອນ 2022. ບັນດາມາດຕະການລົງໂທດ ແນ່ໃສ່ບັນດາຂົງເຂດສຳຄັນຢູ່ ລັດເຊຍ ເປັນຕົ້ນແມ່ນ ທະນາຄານ, ພະລັງງານ ແລະ ການປ້ອງກັນຊາດ. ການຕັດສິນດັ່ງກ່າວຈະປຶກສາຫາລື ແລະ ເຊັນຮັບຮອງເອົາຜ່ານທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ ອີຢູ ໃນວັນທີ 12 ກໍລະກົດ ຈະມາເຖິງນີ້. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາໃນສະພາບການທີ່ ບຣຸກແຊນ ຕີລາຄາສາຍພົວພັນກັບ ມົດສະກູ ວ່າ ຍັງຄົງຢູ່ໃນລະດັບຕ່ຳສຸດ.

        ປັດຈຸບັນ, ອີຢູ ພວມຊັ່ງຊາດັດປັບຍຸດທະສາດທາງການທູດກັບປະເທດບ້ານໃກ້ເຮືອນຄຽງທາງທິດຕາເວັນອອກ, ໃນນັ້ນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ ສຳພັນທະມິດພວມຖືກ “ຈຳກັດ” ໃນນະໂຍບາຍລົງໂທດ.

ຕອບກັບ

ຂ່າວ/ບົດ​ອື່ນ