ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດເຊຍ ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ

(VOVWORLD) -ທ່ານເອກອັກຄະລັດຖະທູດ Konstantin Vnukov ຊົມເຊີຍຕໍ່ບັນດາສັນຍານທີ່ສະແດງໃຫ້ເຫັນວ່າ ຄະນະການນຳຊຸດໃໝ່ຂອງ ຫວຽດນາມ ຄາດວ່າຈະສືບຕໍ່ຍຸດທະສາດໃຫ້ບຸລິມະສິດພັດທະນາສາຍພົວພັນຄູ່ຮ່ວມມື ກັບ ລັດເຊຍ ທີ່ໄດ້ຮັບການປະຕິບັດໃນໄລຍະຜ່ານມາ. 
ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດເຊຍ ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ Konstantin Vnukov  (ພາບ:TTXVN)

     ວັນທີ 25 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ແຕ່ງຕັ້ງທ່ານ Gennady Bezdetko ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສະຫະພັນລັດເຊຍ ປະຈຳ ຫວຽດນາມ ແທນໃຫ້ທ່ານ Konstantin Vnukov.

        ກ່ອນກັບຄືນເມືອປະເທດ ພາຍຫຼັງດຳລົງຊີວິດ, ຕິດພັນກັບ ຫວຽດນາມ ເປັນເວລາ 6 ກວ່າປີ, ທ່ານເອກອັກຄະລັດຖະທູດ Konstantin Vnukov ໄດ້ຕອບສຳພາດຕໍ່ນັກຂ່າວ Sputnik, ໃນນັ້ນ ທ່ານໄດ້ແບ່ງປັນກ່ຽວກັບຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ພ້ອມທັງຕີລາຄາກ່ຽວກັບແງ່ຫວັງພັດທະນາສາຍພົວພັນຄູ່ຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານກໍໃຫ້ຮູ້ວ່າ ໄລຍະເວລາປະຕິບັດງານຂອງທ່ານຢູ່ ຫວຽດນາມ ກໍແມ່ນໄລຍະເວລາທີ່ການນຳສອງປະເທດຮັກສາສາຍພົວພັນຄູ່ເຈລະຈາດ້ານການເມືອງຢູ່ໃນລະດັບສູງ. ທ່ານເອກອັກຄະລັດຖະທູດ Konstantin Vnukov ຊົມເຊີຍຕໍ່ບັນດາສັນຍານທີ່ສະແດງໃຫ້ເຫັນວ່າ ຄະນະການນຳຊຸດໃໝ່ຂອງ ຫວຽດນາມ ຄາດວ່າຈະສືບຕໍ່ຍຸດທະສາດໃຫ້ບຸລິມະສິດພັດທະນາສາຍພົວພັນຄູ່ຮ່ວມມື ກັບ ລັດເຊຍ ທີ່ໄດ້ຮັບການປະຕິບັດໃນໄລຍະຜ່ານມາ. 

ຕອບກັບ

ຂ່າວ/ບົດ​ອື່ນ