ເອກອັກຄະລັດຖະທູດ ຫວູໂຮ່: ໝາກຜົນຂອງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ “ໝັ້ນໝາຍປີຮ່ວມມື ອາຊຽນ ຟົດຟື້ນ, ແທດຈິງ”

(VOVWORLD) - ກ່ຽວກັບ “ການເຊື່ອມຕໍ່”, ອາຊຽນ ຈະຊຸກຍູ້ການສະໜິດຕິດພັນລະຫວ່າງບັນດາພື້ນຖານເສດຖະກິດ, ຊຸກຍູ້ການພັດທະນາກວມລວມ ແລະ ຍືນຍົງ, ຫັນປ່ຽນທິດເຖິງດີຈີຕອນໃນອະນາຄົດ ແລະ ເສີມຂະຫຍາຍບົດບາດຂອງວັດທະນະທຳ, ສິລະປະໃນວິວັດການເຊື່ອມໂຍງເຂົ້າກັບພາກພື້ນ.
ເອກອັກຄະລັດຖະທູດ ຫວູໂຮ່: ໝາກຜົນຂອງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ “ໝັ້ນໝາຍປີຮ່ວມມື ອາຊຽນ ຟົດຟື້ນ, ແທດຈິງ” - ảnh 1ທ່ານເອກອັກຄະລັດຖະທູດ  ຫວູໂຮ່ ທີ່ກອງປະຊຸມ
(ພາບ:Phạm Kiên/ TTXVN)

ວັນທີ 29 ມັງກອນ, ຢູ່ຫຼວງພະບາງ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

        ກ່ຽວກັບຄວາມໝາຍ ແລະ ໝາກຜົນຂອງກອງປະຊຸມຄັ້ງນີ້, ທ່ານເອກອັກຄະລັດຖະທູດ  ຫວູໂຮ່, ຮັກສາການຫົວໜ້າ SOM ASEAN, ໃຫ້ຮູ້ວ່າ: ກອງປະຊຸມໄດ້ກຳນົດບັນດາຈຸດສຸມ, ບຸລິມະສິດຂອງ ອາຊຽນ ເປັນພື້ນຖານກຳນົດທິດ ແລະ ສັງລວມໃຫ້ການຮ່ວມມື ອາຊຽນ ໃນປີ 2024. ບັນດາປະເທດເຫັນດີເຫັນພ້ອມ 9 ບຸລິມະສິດຂອງ ອາຊຽນ ທັງດ້ານເນື້ອໃນ ກ່ຽວກັບການເຊື່ອມຕໍ່ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ່ອງແສງຄວາມຕ້ອງການລວມຂອງ ອາຊຽນ ຕໍ່ໜ້າບັນດາຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ.

        ກ່ຽວກັບການ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ອາຊຽນ ຈະສຸມໃສ່ສ້າງຍຸດທະສາດຜັນຂະຫຍາຍວິໄສທັດ ປະຊາຄົມ ອາຊຽນ 2045, ປັບປຸງບົດບາດໃຈກາງຂອງ ອາຊຽນ, ຊຸກຍູ້ການຮ່ວມມືດ້ານສິ່ງແວດລ້ອມ, ເພີ່ມທະວີການເຂົ້າຮ່ວມ ແລະ ປະກອບສ່ວນຂອງ ແມ່ຍິງ, ເດັກນ້ອຍ ແລະ ຍົກສູງກຳລັງຄວາມສາມາດດ້ານການແພດຂອງພາກພື້ນ. ກ່ຽວກັບ “ການເຊື່ອມຕໍ່”, ອາຊຽນ ຈະຊຸກຍູ້ການສະໜິດຕິດພັນລະຫວ່າງບັນດາພື້ນຖານເສດຖະກິດ, ຊຸກຍູ້ການພັດທະນາກວມລວມ ແລະ ຍືນຍົງ, ຫັນປ່ຽນທິດເຖິງດີຈີຕອນໃນອະນາຄົດ ແລະ ເສີມຂະຫຍາຍບົດບາດຂອງວັດທະນະທຳ, ສິລະປະໃນວິວັດການເຊື່ອມໂຍງເຂົ້າກັບພາກພື້ນ. ຈຸດໜັກໜຶ່ງອີກໃນການຮ່ວມມື ອາຊຽນ ປີ 2024 ແມ່ນຈຸດເວລາມອບໂອນລະຫວ່າງບັນດາຂົງເຂດຍຸດທະສາດກໍ່ສ້າງປະຊາຄົມ.

        ສຸດທ້າຍ, ຕ້ອງເວົ້າເຖິງສານສາມັກຄີ, ຮ່ວມມື ແລະ ສ້າງຄວາມເຂັ້ມແຂງ ເຊິ່ງກອງປະຊຸມໄດ້ສົ່ງສານ ຜ່ານໝາກຜົນຂອງການແລກປ່ຽນຂອງບັນດາລັດຖະມົນຕີກ່ຽວກັບສະພາບການສາກົນ ແລະ ພາກພື້ນ.

        ເມື່ອເຕື້ອງເຖິງການປະກອບສ່ວນຂອງຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຢັ້ງຢືນວ່າ: ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຫົວຄິດປະດິດສ້າງ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ນຳໜ້າ, ໄດ້ເຂົ້າຮ່ວມ ແລະ ມີຫຼາຍການປະກອບສ່ວນໃຫ້ແກ່ຜົນສຳເລັດຂອງກອງປະຊຸມ. ທ່ານລັດຖະມົນຕີ ກໍ່ ໃຫ້ຮູ້ວ່າ: ການກຳນົດທິດສ້າງບັນດາຍຸດທະສາດຮ່ວມມື 2045 ມີລັກສະນະກວມລວມ, ຮອບດ້ານ, ດ້ວຍບັນດາກົນໄກຕິດຕາມ ແລະ ຕີລາຄາເພື່ອແນໃສ່ຍົກສູງວັດທະນະທຳປະຕິບັດ, ຊຸກຍູ້ວິວັດທະນາການສ້າງປະຊາຄົມຍືນຍົງ ແລະ ສົມດຸນ.

ຕອບກັບ

ຂ່າວ/ບົດ​ອື່ນ