ເອກອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ອາ​ຊຽນ: ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ຫວຽດ​ນາມ ຊຸ​ກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ອົດ​ສະ​ຕາ​ລີ​ໃຫ້ຫຼາຍ​ກ່​ວາ​ອີກ

(VOVWORLD) - ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງອົດສະຕາລີ ແລະ ຫວຽດນາມ ເພີ່ມເຕີມການຮ່ວມມືລະຫວ່າງ ອາຊຽນ - ອົດສະຕາລີ ແລະ ກົງກັນຂ້າມໃຫ້ຫຼາຍກ່ວາອີກ.
ເອກອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ອາ​ຊຽນ: ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ຫວຽດ​ນາມ ຊຸ​ກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ອົດ​ສະ​ຕາ​ລີ​ໃຫ້ຫຼາຍ​ກ່​ວາ​ອີກ - ảnh 1ທ່ານນາງ Tiffany Mc Donald ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ອາຊຽນ ແລະ  ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn(ພາບ: ຄະນະເລຂາອາຊຽນ)

 ນີ້ແມ່ນການຢັ້ງຢືນຂອງທ່ານນາງ Tiffany Mc Donald ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ອາຊຽນ ໃນວັນທີ 18 ມີນາ, ເມື່ອຕອບຄຳຖາມຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບການຮ່ວມມືສອງຝ່າຍພິເສດ ເມື່ອສອງປະເທດ ຫາກໍ່ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຕາມທ່ານນາງ ເອກອັກຄະລັດຖະທູດ Tiffany Mc Donald ແລ້ວ, ການພົວພັນ ຫວຽດນາມ - ອົດສະຕາລີ ພວມພັດທະນາກ່ວາເວລາໃດໝົດ ດ້ວຍບັນດາຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນ ກ່ຽວກັບບັນດາບັນຫາໃນພາກພື້ນ  ແລະ ທົ່ວໂລກ, ເປີດກວ້າງການຮ່ວມມືກ່ຽວກັບດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານ ກໍ່ຄືການເຫັນເປັນດີຈີຕອນ, ກໍ່ສ້າງບົນພື້ນຖານຮ່ວມມືທີ່ໄດ້ຮັບການສ້າງຕັ້ງໃນບັນດາຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ການສຶກສາ. ໜຶ່ງໃນບັນດາໝາກຜົນສຳຄັນອື່ນໆອີກ ລວມມີ ຂໍ້ຕົກລົງຄູ່ຮ່ວມມືຮັກສາສັນຕິພາບ ໃໝ່ ເພື່ອແນໃສ່ປັບປຸງ ການໜູນຊ່ວຍຂອງອົດສະຕາລີ ໃຫ້ແກ່ບັນດາຄວາມມານະພະຍາຍາມຮັກສາສັນຕິພາບຂອງ ຫວຽດນາມ. ທ່ານ ນາງ Tiffany Mc Donald ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນພາກພື້ນ ແລະ ຜ່ານອາຊຽນ, ເຊິ່ງແມ່ນພາກພື້ນນອນຢູ່ໃຈກາງ ຄຳໝັ້ນສັນຍາ ມະຫາສະມຸດ ອິນເດຍ - ປາຊີຟິກຂອງ ອົດສະຕາລີ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ເພີ່ມເຕີມໃຫ້ການຮ່ວມມືລະຫວ່າງ ອາຊຽນ - ອົດສະຕາລີ ແລະ ກົງກັນຂ້າມ. ພ້ອມກັບ ອາຊຽນ, ສອງຝ່າຍພວມມານະພະຍາຍາມມຸ່ງໄປເຖິງບັນດາໝາກຜົນຊ່ວຍຍົກສູງສະຖຽນລະພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ ຂອງ ພາກພື້ນ ມະຫາສະຫມຸດອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ