ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ອາຊຽນ ຕີລາຄາສູງຄວາມສາມາດນຳພາຂອງ ຫວຽດນາມ

(VOVWORLD) - ປະທານ ອາຊຽນ 2020 ບໍ່ພຽງແຕ່ຊຸກຍູ້ຜົນປະໂຫຍດຂອງບັນດາປະເທດສະມາຊິກເທົ່ານັ້ນ ຫາກຍັງເພີ່ມທະວີ ແລະ ຍູ້ແຮງບັນດາອຸດົມການຂອງ ອາຊຽນ ແນໃສ່ສ້າງພາກພື້ນໃຫ້ມີຄວາມວັດທະນາຖາວອນກ່ວາ, ພ້ອມທັງ ສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ.
ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ອາຊຽນ ຕີລາຄາສູງຄວາມສາມາດນຳພາຂອງ ຫວຽດນາມ - ảnh 1

ຕອບສຳພາດຕໍ່ນັກຂ່າວຂ່າວສານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກຂອງ ອາຊຽນ, ທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ອິນໂດເນເຊຍ ປະຈຳ ອາຊຽນ Ade Padmo Sarwono ໃຫ້ຂໍ້ສັງເກດວ່າ ດ້ວຍຖານະຕຳແໜ່ງເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດໃນການນຳພາ ອາຊຽນ ໃນໄລຍະເກີດສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ.

ທ່ານເອກອັກຄະລັດຖະທູດ Ade ຖືວ່າ ປະທານ ອາຊຽນ 2020 ບໍ່ພຽງແຕ່ຊຸກຍູ້ຜົນປະໂຫຍດຂອງບັນດາປະເທດສະມາຊິກເທົ່ານັ້ນ ຫາກຍັງເພີ່ມທະວີ ແລະ ຍູ້ແຮງບັນດາອຸດົມການຂອງ ອາຊຽນ ແນໃສ່ສ້າງພາກພື້ນໃຫ້ມີຄວາມວັດທະນາຖາວອນກ່ວາ, ພ້ອມທັງ ສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ.

          ທ່ານເອກອັກຄະລັດຖະທູດ Ade ໄດ້ຕີລາຄາການປະກອບສ່ວນຂອງ ຫວຽດນາມ ພາຍຫລັງ 25 ປີແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ (28/07/1995 – 28/07/2020) ໄດ້ເປີດຊ່ອງທາງໃຫ້ແກ່ການພັດທະນາວັດທະນາຖາວອນຂອງພາກພື້ນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ແມ່ນປະເທດສະໜັບສະໜູນຢ່າງແຮງ ຕໍ່ເລື່ອງຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ. ສະນັ້ນ, ຫົວເລື່ອງຂອງປີປະທານ 2020 ຂອງ ຫວຽດນາມ “ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນເໝາະສົມ ແລະ ຊັດເຈນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ